ແຂວງ ອຽນບ໊າຍ: ງານບຸນຕຳເຂົ້າໜົມໄຢ່ຢູ່ເມືອງພູສູງ ມູ່ກາງຈ໋າຍ

(VOVWORLD) - ການແຂ່ງຂັນຕຳເຂົ້າໜົມໄຢ່ດຳເນີນແຕ່ວັນທີ 1 – 3 ມັງກອນ ດ້ວຍການເຂົ້າຮ່ວມຂອງ 26 ທິມ. ນອກຈາກການເຄື່ອນໄຫວແຂ່ງຂັນຕຳເຂົ້າໜົມໄຢ່ແລ້ວ, ຢູ່ເມືອງ ມູ່ກາງຈ໋າຍ ກໍ່ດຳເນີນການລະຫຼິ້ນພື້ນເມືອງຄື: ໂຍນໝາກຄອນ, ຍູ້ໄມ້, ຍິງໜ້າ, ຂີ່ໄມ້ໂຢກເຢກ, ການສະແດງເປົ່າ ແລະ ຟ້ອນສຽງແຄນ…

ແຂວງ ອຽນບ໊າຍ: ງານບຸນຕຳເຂົ້າໜົມໄຢ່ຢູ່ເມືອງພູສູງ ມູ່ກາງຈ໋າຍ - ảnh 1

 ການແຂ່ງຂັນຕຳເຂົ້າໜົມໄຢ່ດຳເນີນແຕ່ວັນທີ 1 – 3 ມັງກອນ ດ້ວຍການເຂົ້າຮ່ວມຂອງ 26 ທິມ.  (ພາບ: baotintuc.vn)

ຕອນຄ່ຳວັນທີ 01 ມັງກອນ, ຄະນະກຳມະການປະຊາຊົນເມືອງ ມູກາງຈາຍ (ແຂວງ ອຽນບ໊າຍ) ໄດ້ຈັດພິທີໄຂງານບຸນຕຳເຂົ້າໜົມໄຢຄັ້ງທີ 1 ພ້ອມກັບບັນດາການເຄື່ອນໄຫວຊົມເຊີຍພັກ, ຊົມເຊີຍປີໃໝ່ປະຈຳຊາດປີສະຫລູ 2021. ທີ່ງານບຸນ, ໄດ້ດຳເນີນລາຍການສະແດງສິລະປະຂ່ຳນັບຮັບຕ້ອນລະດູບານໃໝ່ 2021 ດ້ວຍບັນດາລາຍການຟ້ອນລຳຂັບຮ້ອງທີ່ເຕັມໄປດ້ວຍສີສັນ ແຫ່ງການຍ້ອງຍໍຊົມເຊີຍບ້ານເກີດເມືອງນອນ, ປະເທດຊາດ, ຄວາມຮັກ ແລະ ລະດູບານໃໝ່, ຄວາມງາມຂອງເຂດພູສູງ ມູ່ກາງຈ໋າຍ ພໍ່ແມ່ປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວໄດ້ເຂົ້າຮ່ວມການເຄື່ອນໄຫວກໍ່ກອງໄຟຕັ້ງຄ້າຍ ແລະ ຟ້ອນສຽງແຄນມົ້ງ.

        ການແຂ່ງຂັນຕຳເຂົ້າໜົມໄຢ່ດຳເນີນແຕ່ວັນທີ 1 – 3 ມັງກອນ ດ້ວຍການເຂົ້າຮ່ວມຂອງ 26 ທິມ. ນອກຈາກການເຄື່ອນໄຫວແຂ່ງຂັນຕຳເຂົ້າໜົມໄຢ່ແລ້ວ, ຢູ່ເມືອງ ມູ່ກາງຈ໋າຍ ກໍ່ດຳເນີນການລະຫຼິ້ນພື້ນເມືອງຄື: ໂຍນໝາກຄອນ, ຍູ້ໄມ້, ຍິງໜ້າ, ຂີ່ໄມ້ໂຢກເຢກ, ການສະແດງເປົ່າ ແລະ ຟ້ອນສຽງແຄນ…

ຕອບກັບ

ຂ່າວ/ບົດ​ອື່ນ