ແຂວງ​ ເຮົ້າ​ຢາງ ​ຕ້ອງ​ແມ່ນ​ແຂວງ​ພັດ​ທະ​ນາ​ຢູ່​ເຂດທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພ​າກ​ໃຕ້ ຫວຽດ​ນາມ ​ໃນ​ໄລ​ຍະ5ປີ ຈະ​ມາ​ເຖິງ

(VOVWORLD) - ໃນໄລຍະ 5 ປີ ຈະມາເຖິງ, ແຂວງ ເຮົ້າຢາງ ຕ້ອງແມ່ນແຂວງພັດທະນາດີພໍສົມຄວນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
ແຂວງ​ ເຮົ້າ​ຢາງ ​ຕ້ອງ​ແມ່ນ​ແຂວງ​ພັດ​ທະ​ນາ​ຢູ່​ເຂດທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພ​າກ​ໃຕ້ ຫວຽດ​ນາມ ​ໃນ​ໄລ​ຍະ5ປີ ຈະ​ມາ​ເຖິງ - ảnh 1ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນບ່າຍວັນທີ 25 ມີນາ, ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງເຮົ້າຢາງ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ ໃນໄລຍະ 5 ປີ ຈະມາເຖິງ, ແຂວງ ເຮົ້າຢາງ ຕ້ອງແມ່ນແຂວງພັດທະນາດີພໍສົມຄວນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີຖືວ່າ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ - ສັງຄົມ, ແຂວງ ເຮົ້າຢາງ ຄວນສືບຕໍ່ປະຕິບັດບັນດາໜ້າທີ່ໃນການພັດທະນາເສດຖະກິດ - ສັງຄົມໃນປີ 2019ຕາມແຜນການທີ່ໄດ້ວາງອອກໃຫ້ເປັນຢ່າງດີ, ໃນນັ້ນຄວນເອົາໃຈໃສ່ເຖິງສະພາບການຈຳໜ່າຍ ເຂົ້າສານ ໃຫ້ແກ່ຊາວກະສິກອນ, ປ້ອງກັນ ແລະ ຕ້ານນ້ຳທະເລຊຶມເຂົ້າຢ່າງຮີບດ່ວນ, ເອົາໃຈໃສ່ເຖິງການພັດທະນາ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

        ກໍ່ໃນວັນດຽວກັນ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີພ້ອມກັບຄະນະປະຕິບັດງານຂອງລັດຖະບານໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຈ່າວີງກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ໃນປີ 2018 ແລະ 3 ເດືອນຕົ້ນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ