ແຂວງກວາງຈິ ແລະ ສະຫວັນນະເຂດເພີ່ມທະວີວຽກງານຊາຍແດນ ແລະ ປັກຫຼັກໝາຍຊາຍແດນ

   ແຂວງກວາງຈິ ແລະ ສະຫວັນນະເຂດເພີ່ມທະວີວຽກງານຊາຍແດນ ແລະ ປັກຫຼັກໝາຍຊາຍແດນ - ảnh 1
(ພາບປະກອບ)

(vovworld)- ວັນ​ທີ 7/8, ຢູ່​ເທດສະບານ​ເມືອງ​ເກືອ​ຕຸ​ງ, ​ເມືອງ​ວິ້ງ​ລິງ ​ແຂວງ​ກວາງ​ຈິ, ຄະນະ​ຜູ້​ແທນ​ແຂວງ​ກວາ​ງຈິຂອງ​ຫວຽດນາມ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ​ຂອງ​ລາວ ​ໄດ້​ດຳ​ເນີນ​ການ​ເຈລະ​ຈາ​ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ ​ແລະ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ປີ 2014. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ ​ເພື່ອ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​ບົນ​ຈິດ​ໃຈ​ຊຸກຍູ້​ການ​ພົວພັນ, ສືບ​ຕໍ່​ປະ​ກອບ​ສ່ວນ​ປ້ອງ​ກັນຊາ​ຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ຮັກສາ​ຄວາມ​ສະຫງົບ​ ​, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄວາມປອດ​ໄພທາງສັງຄົມ​ຢູ່​ເຂດ​ຊາຍ​ແດນ. ຕາມ​ນັ້ນ​ແລ້ວ, ແຂວງ​ກວາ​ງຈິຂອງ​ຫວຽດນາມ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ​ຂອງ​ລາວ​ເພີ່ມ​ທະວີ​ການ​ໂຄສະນາ, ສຶກສາ​ອົບຮົມ​ປະຊາຊົນ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ສຳຄັນ​ ​ແລະ ຄວາມ​ໝາຍ​ປະຫວັດສາດ​ຂອງ​ເສັ້ນ​ຊາຍ​ແດນ​ຫວຽດນາມ-ລາວ ​ແລະ ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ລະຫວ່າງ 2 ​ແຂວງ; ຮັກສາ​ສະຖຽນ​ລະ​ພາບ​ທາງດ້ານ​ການ​ເມືອງ, ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພ້ອມ​ກັນພັດທະນາ; ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາຊົນ, ວິ​ສາ​ຫະກິດ​ຂອງ ແຂວງ​ກວາ​ງຈິຂອງ​ຫວຽດນາມ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ​ຂອງ​ລາວ​ຊອກ​ຫາ​ກາ​ໂອກາດ​ຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸລະ​ກິດ, ພັດທະນາ​ການ​ຄ້າ, ການທ່ອງທ່ຽວ.... ກະກຽມ​ຜັນຂະຫຍາຍ​ກົນ​ໄກ“ປະຕູ​ດຽວ, ກວດກາ​ຄັ້ງ​ດຽວ” ຢູ່​ຄູ່​ດ່ານ​ຊາຍ​ແດນ​ສາກ​ກົນ ລາວ​ບາ​ວ-​ແດນ​ສະຫວັນ ຊຶ່ງ​ຄາດ​ວ່າ​ຈະ​ປະຕິບັດ​ນັບ​ແຕ່​ເດືອນ 1/2015 ​ເປັນ​ຕົ້ນ​​ໄປ. 

ຂ່າວ/ບົດ​ອື່ນ