ແຂວງບິ່ງທ້ວນຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັດປົດປ່ອຍ

ແຂວງບິ່ງທ້ວນຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັດປົດປ່ອຍ - ảnh 1
(ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັດ​ປົດ​ປ່ອຍແຂວງ​ບິ່ງ​ທ້ວນ)

​(vovworld) –  ຕອນ​ຄໍ່າ​ວັນ​ທີ 18/04, ຄະນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ​ບິ່ງ​ທ້ວນ ​ໄດ້​ຈັດ​ພິທີ​​ໂຮມ​ຊຸມ​ນູນມິດ​ຕິນສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັດ​ປົດ​ປ່ອຍ​ແຂວງ​ຕົນ (19/04/1975 – 19/07/2015) ຢ່າງ​ສົມ​ກຽດ​. ທີ່​ພິທີ, ທ່ານ ຫງວຽນ​ແມ້ງ​ຮຸ່ງ, ​ເລຂາ​ຄະນະ​ພັກ​ແຂວງ​ບິ່ງ​ທ້ວນ ​ໄດ້​ຫວນ​ຄືນ​ມູນ​ເຊື້ອ​ທີ່​ພິລະ​ອາດ​ຫານ ​ແລະ ​ໄຊຊະນະ​ທີ່​ອົງ​ອາດກ້າຫານ​ຂອງ​ກອງທັບ ​ແລະ ປະຊາຊົນ​ແຂວງ​ບິ່ງ​ທ້ວນ ​ໃນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບຸນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ຮຽກຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ປະຊາຊົນ​ແຂວງ​ບິ່ງ​ທ້ວນ ຈົ່ງສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ເພື່ອ​ກໍ່ສ້າງ​ແຂວງ​ບິ່ງ​ທ້ວນ ​ໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນ​ຄົງ.

​        ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ໂຕ​ຮຸຍ​ເຣື໋ອ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງອົງຄະ​ນະ​ພັກ, ປະຊາຊົນ​ແຂວງ​ບິ່ງ​ທ້ວນ ບັນລຸ​ໄດ້​ໃນ​ຕະຫຼອດ 40 ປີຜ່ານມາ. ທ່ານ​ກ່າວ​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ບິ່ງ​ທ້ວນ ຕ້ອງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ ​ແລະ ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາ​ກ, ສິ່ງ​ທ້າ​ທາຍ, ​ເສີມ​ຂະຫຍາ​ຍກຳລັງ​ແຮງ​ພາຍ​ໃນ, ທ່​າ​ແຮງ, ສູ້ຊົນ​ບື່ນຕົວ​ຂຶ້ນ​ທັດ​ທຽມ​ກັບ​ບັນດາ​ແຂວງ​ພາຍ​ໃນ​ເຂດ ​ແລະ ທົ່ວ​ປະ​ເທດ. ບິ່ງ​ທ້ວນ ຕ້ອງ​ຕັດສິນ​ໃຈ​ກໍ່ສ້າງ ​ເພື່ອ​ກາຍ​ເປັນ​ແຂວງ​ອຸດສາຫະກຳ ຕາມ​ທິດ​ທັນ​ສະ​ໄໝ, ມີ​ໂຄງ​ປະກອບ​ເສດຖະກິດ​ທີ່​ເໝາະ​ສົມ​ກັບ​ອຸດສາຫະກຳ - ການ​ບໍລິການ ​ແລະ ກະສິກຳ.”

ຂ່າວ/ບົດ​ອື່ນ