ແຂວງບິ່ງເຢືອງແລະນະຄອນDeajeonສ.ເກົາຫຼີເພີ່ມທະວີການຮ່ວມມື

ແຂວງບິ່ງເຢືອງແລະນະຄອນDeajeonສ.ເກົາຫຼີເພີ່ມທະວີການຮ່ວມມື - ảnh 1
ການ​ນຳ​ແຂວງ ບິ່ງ​ເຢືອງ ​ແລະ ນະຄອນ Deajeon
ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2016 – 2020
(ພາບ: TTXVN)

(vovworld) – ​ ​ ວັນ​ທີ 2/11, ຄະນະ​ຜູ້​ແທນ​ຂັ້ນ​ສູງນະຄອນ Deajeon (ສ.​ເກົາຫຼີ) ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ບິ່ງ​ເຢືອງ, ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງວັນ​​ເຊັນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ເຢືອງ ​ແລະ ນະຄອນ Deajeon (2005 - 2015). ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຕີ​ລາຄາວ່າ: ການ​ພົວພັນ​ຮ່ວມ​ມື​ການລົງທຶນ, ​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ຝ່າຍ​ ໄດ້​ຮັບ​ການປະຕິບັດ​ ຢ່າງ​ເໝາະ​ສົມກັບ​ໂຄງການ​ຮ່ວມ​ມື​ລົງທຶນ​ ​ເຊິ່ງ​ໄດ້ຮັບ​ການ​ລົງ​ນາມ​ລະ​ຫວ່າງ 2 ລັດຖະບານ ຫວຽດນາມ - ສ.​ເກົາຫຼີ ​ແລະ ​ໄດ້​ຮັບ​ຄວາ​ມ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ຈາກ​ການ​ນຳຂັ້ນ​ຕ່າງໆ​ຂອງ 2 ຝ່າຍ. ບົນພື້ນຖານ​ໝາກຜົນ 10 ປີ​ແຫ່ງ​ການ​ຮ່ວມ​ມື, ການ​ນຳ​ແຂວງ ບິ່ງ​ເຢືອງ ​ແລະ ນະຄອນ Deajeon ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2016 – 2020, ​ໂດຍສຸມ​ໃສ່​ 3 ​ເນື້ອ​ໃນ​ຮ່ວມ​ມື​ແມ່ນ: ​ເສດຖະກິດ, ສາທາລະນະ​ສຸກ, ການ​ສຶກສາ ດ້ວຍ​ບັນດາ​ມາດ​ຕະການ​ລະອຽດ ​​ເພື່ອແນ​ໃສ່ບັນລຸ​ປະສິດທິ​ຜົນ​ແທດ​ຈິງ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ