ແຂວງຫວີງຟຸກສົ່ງເສີມການລົງທຶນເຂົ້າສ.ເຊັກໂກ

ແຂວງຫວີງຟຸກສົ່ງເສີມການລົງທຶນເຂົ້າສ.ເຊັກໂກ - ảnh 1

ກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ລົງທຶນ​ເຂົ້າ​ແຂວງຫວີງຟຸກ


(vovworld) – ວັນ​ທີ 1/8, ຢູ່​ນະຄອນຫຼວງ ປຣາຮາ ຂອງ ສ. ​ເຊັກ​ໂກ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ຫວີງ​ຟຸກ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ລົງທຶນ​ເຂົ້າ​ແຂວງ. ການ​ນຳ​ແຂວງ​ໄດ້​ແນະນຳ​ລາຍ​ຊື່ 42 ​ໂຄງການ​ຮຽກ​ຮ້ອງ​ການ​ລົງທຶນ​ເຂົ້າ​ຫຼາ​ຍຂົງ​ເຂດ​ຕາມ​ບັນດາ​ຮູບ​​ຄື​ການ​ລົງທຶນ​ນຳ​ໃຊ້​ແຫຼ່ງທຶນ​ໜູນຊ່ວຍ​ພັດທະນາ (ODA), 100% ​ຈຳນວນທຶນ​ຈາກ​ຕ່າງປະ​ເທດ (FDI) ຫຼື ການ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (PPP). ​ແຂວງ​ໃຫ້​ຄຳໝັ້ນ​ສັນຍາ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ມາ​ຈາກ ສ. ​ເຊັກ​​ໂກ, ລົງທຶນ ​ແລະ ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ທ້ອງ​ຖິ່ນ. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ VOV ປະຈຳ ​ເຊັກ​ໂກ, ທ່ານ ຫງວຽນ​ກິມຂາຍ, ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ​ ຫວີ​ງຟຸກ, ​ໃຫ້​ຮູ້​ວ່າ:

        “ການ​​ໄປປະຕິບັດ​ງານ​ຂອງ​ຄະນະ​ຜູ້​ແທນ​ແຂວງ ຫວີງ​ຟຸກ ​ສ. ​ເຊັກ​ໂກໄດ້​ດຶງ​ດູດ​ການ​ລົງທຶນ​​ເຂົ້າ​ບາງ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ກົນຈັກ​ປະດິດ​ສ້າງ, ອຸດສາຫະກຳ​ເອ​ເລັກ​ໂຕ​ນິກ, ສາທາລະນະ​ສຸກ ​ແລະ ການ​ສຶກສາ​ບຳລຸງ​ສ້າງ, ພິ​ເສດ​ແມ່ນ​ການ​ບຳລຸ​ງສ້າງ​ວິຊາ​ຊີບ. ຫວີງ​ຟຸກ ​ແມ່ນ​ຈຸດສຸມ​ປະກອບລົດ​ໂອ​​ໂຕ ​ແລະ ລົດຈັກ ສະນັ້ນ​ຂະ​ແໜງ​ອຸດສາຫະກຳ​ສຳຮອງ​​ແມ່ນ​ສຳຄັນ​ທີ່​ສຸດ. ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ, ​ປາດ​ຖະໜາ​ຢາກ​ຮຽກຮ້ອງໃຫ້​ບັນດາ​ນັກ​ລົງທຶນ​ຂອງ ​​ເຊັກ​ໂກ ລົງທຶນ​ເຂົ້າ​ຂະ​ແໜງ​ອຸດສາຫະກຳ​ສຳຮອງ​ໃຫ້​ແກ່​ຂະ​ແໜງປະກອບລົດ​ໂອ​ໂຕ, ລົດຈັກ. ນອກຈາກ​ນັ້ນ, ພວກ​ຂ້າພະ​ເຈົ້າກໍ່ປາດຖະໜາ​ຢາກສ້າງ​ສູນ​ບຳລຸງ​ສ້າງ​ວິຊາ​ຊີບ​ສະໜອງ​ແຮງ​ງານ​ໃຫ້​ແກ່​ແຂວງ ຫວີງ​ຟຸກ ​ແລະ ບັນດາ​ແຂວງ​ໃກ​້ຄຽງ.”



ຂ່າວ/ບົດ​ອື່ນ