ແຂວງຮ່ານາມສະເຫຼີມສະຫຼອງ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ

ແຂວງຮ່ານາມສະເຫຼີມສະຫຼອງ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ - ảnh 1
ບັນດາຜູ້ດີເດັ່ນໄດ້ຮັບຂອງຂວັນໃນພິທີ
(ພາບ: nhandan.com.vn)

(vovworld) – ວັນ​ທີ 1/8, ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ນາມ ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ວິນາດ​ສະ​ກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ຢູ່ ຫວຽດນາມ ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​​ແຂວງ ຮ່າ​ນາມ (24/12/2006 – 24/12/2016). ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ພົນ​ໂທ ຫງວຽນ​ວັນຣີງ, ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ ສະ​ເໜີ​ໃຫ້​ບັນດາ​ຂັ້ນ, ຂະ​ແໜງ​ການ​ແຂວງ ຮ່າ​ນາມ ​ເພີ່ມ​ທະວີ​ການ​ໂຄສະນາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຂອງ​ພັກ, ລັດ ​ແລະ ຈັດ​ຕັ້ງ​ການ​ປະຕິບັດລະບອບນະ​ໂຍບາຍ​ສຳລັບ​ຜູ້​ຕິດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ເປັນ​ຢ່າງ​ດີ. ບັນດາ​ອົງການ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ບັນດາ​ອົງການ​ຈັດ​ຕັ້ງສັງຄົມ, ວິ​ສາ​ຫະກິດ, ຜູ້​ໃຈ​ບຸນ​ໃຈ​ກຸສົນ ​ແລະ ປະຊາຊົນ, ດ້ວຍ​ການ​ເຄື່ອນ​ໄຫວ​ຢ່າງແທດ​ຈິງ​ຕັ້ງໜ້າ​ຈົ່ງ​ສະໜັບ​ສະ​ໜູນ, ສ້າງ​ເງື່ອນ​ໄຂ, ຊ່ວຍ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ນາມ ​ໄດ້​ມອບ​ຂອງ​ຂວັນ 120 ພູດ​ໃຫ້​ແກ່​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ທີ່​ດີ​ເດັ່ນ​ໃນ​ທ່ົວ​ແຂວງ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 500.000 ດົ່ງ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ, ວິ​ສາ​ຫະກິດ​ໄດ້​ສະໜັບສະໜູນ​ສ້າງ​ກອງ​ທຶນ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ແຂວງ ຮ່າ​ນາມ ດ້ວຍ​ຈຳນວນ​ເງິນກ່ວາ 700 ລ້ານ​ດົ່ງ. ​ແຂວງ ຮ່າ​ນາມ ມີ​ຜູ້​ຖືກ​ຜົນ​ສະທ້ອນ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນກ່ວາ 29.000 ຄົນ​, ​ໃນ​ນັ້ນ​ມີ​ຜູ້​ຖືກ​ຜົນ​ສະທ້ອນ​ໂດຍ​ກົງກ່ວາ 10.000 ຄົນ.

 



ຂ່າວ/ບົດ​ອື່ນ