ແດນ​ມາກ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ປ້ອງ​ກັນ​ຊາດ

(VOVWORLD) - ດ້ວຍຂໍ້ຕົກລົງດ້ານປ້ອງກັນຊາດ, ທະຫານ ແລະ ອຸປະກອນຂອງ ອາເມລິກາ ອາດຈັດເພີ່ມເຕີມໃນໄລຍະຍາວຢູ່ດິນແດນ ແດນມາກ.
ແດນ​ມາກ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ປ້ອງ​ກັນ​ຊາດ - ảnh 1ທະຫານ ອາເມລິກາ ເຂົ້າຮ່ວມການຊ້ອມຮົບຂອງ NATO  (ພາບ:  AFP/TTXVN)

  ວັນທີ 19 ທັນວາ, ທ່ານນາງນາຍົກລັດຖະມົນຕີ ແດນມາກ, Mette Frederiksen, ຖະແຫຼງວ່າ ປະເທດນີ້ບັນລຸໄດ້ຂໍ້ຕົກລົງດ້ານປ້ອງກັນຊາດ ກັບ ອາເມລິກາ. ກ່າວຄໍາເຫັນໃນການຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ Frederiksen ເນັ້ນໜັກວ່າ ດ້ວຍຂໍ້ຕົກລົງສະບັບດັ່ງກ່າວ, ທະຫານ ແລະ ອຸປະກອນຂອງ ອາເມລິກາ ອາດຈັດເພີ່ມເຕີມໃນໄລຍະຍາວຢູ່ດິນແດນ ແດນມາກ. ຕາມທ່ານນາງ Frederiksen ແລ້ວ, ຂໍ້ຕົກລົງສະບັບນີ້ ຈະໄດ້ລົງນາມໃນອາທິດນີ້ ແລະ ຈະມີຜົນສັກສິດພາຍຫຼັງທີ່ອົງການນິຕິບັນຍັດຂອງສອງປະເທດຮັບຮອງເອົາ ໃນໄລຍະເວລາປະມານ 1 ປີ, ນັບແຕ່ວັນທີ 19 ທັນວາ ເປັນຕົ້ນໄປ.

        ແດນມາກ ແລະ ອາເມລິກາ ເລີ່ມເຈລະຈາກ່ຽວກັບຂໍ້ຕົກລົງສະບັບດັ່ງກ່າວ ໃນເດືອນ ກຸມພາ ປີ 2022. ຂໍ້ຕົກລົງທີ່ມີຜົນສັກສິດເປັນເວລາ 10 ປີນີ້ ໄດ້ປະກາດພາຍຫຼັງ ອາເມລິກາ ລົງນາມໃນຂໍ້ຕົກລົງສະບັບຕ່າງໆທີ່ມີເນື້ອໃນຄ້າຍຄືກັນກັບ ແຟງລັງ ແລະ ຊູແອັດ ໃນເດືອນທັນວານີ້.



ຕອບກັບ

ຂ່າວ/ບົດ​ອື່ນ