ແນະນຳຈຸດວັດທະນະທຳດີງາມຂອງຫວຽດນາມເຖິງແຂກສາກົນ

ແນະນຳຈຸດວັດທະນະທຳດີງາມຂອງຫວຽດນາມເຖິງແຂກສາກົນ - ảnh 1
ທາດ​ພະ​ແມ່ Ponagar
(ພາບ​ປະ​ກອບ​)

(vovworld) – ໃນໄລ​ຍ​ະ​ດຳ​ເນີນກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC ຄັ້ງ​ທີ 1 (SOM 1) ຢູ່​ນະ​ຄອນ​ຍາ​ຈາງ, ແຂ​ວງ​ແຄ໋ງ​ຮ່​ວາ, ແຕ່​ວັນ​ທີ 18/2 – 3/3, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ​ ແລະ ທ່ອງ​ທ່ຽວແຂວງ ແຄ໋ງ​ຮ່​ວາ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດ​ງ​ຮູບ​ຖ່າຍ​ສິ​ລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ງາມ​ຂອງ​ດິນ​ແດນ, ປະ​ຊາ​ຊົນ​ແຄ໋ງ​ຮ່ວ​າ ແລະ ບັນ​ດາ​ແຂວງ ທາງທິດ​​ໃຕ​້​ພາ​ກ​ກາງ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ ເພື່ອ​ໃຫ້​ບັນ​ດາ​ຜູ້​ແທນ​ສາ​ກົນ​ຮູ້​ຈັກ​ເຖິງ​ເຂດ​ດິນ​ທີ່​ມີ​ທັດ​ສະນີ​ຍະ​ພາບ​ສວຍສົດ​ງົດ​ງາມ, ​ມີ​ການ​ດຳ​ລົງ​ຊີ​ວິດ, ວັດ​ທະ​ນະ​ທຳຫຼາຍ​ຮູບ​ຫຼາຍ​​ແບບ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສ​ີ​ສັນ ຫວຽດ​ນາມ. ງານ​ວາງ​ສະ​ແດງ​ນີ້​ໄດ້​​ດຳ​ເນີນຢູ່​ໂຮງ​ແຮມ 5 ດາວ​ເຊິ່ງແມ່ນ​ສະ​ຖານ​ທີ່​ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ SOM 1.

        ແຂວງ ແຄ໋ງ​ຮ່​ວາ ກໍ່​ໄດ້​ເລືອກ​ເຟັ້ນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ທ້ອງ​ຖິ່ນ​ເພື່ອ​ແນະ​ນຳ​ເຖິງ​ບັນ​ດາ​ຜູ້​ແທນ​ເຂົ້​າ​ຮ່ວມກອງ​ປະ​ຊຸມ. ໃນ​ນັ້ນ​ມີ​ທາດ​ພະ​ແມ່ Ponagar, ເຊິ່ງ​ແມ່​ນ​ກິດ​ຈະ​ກຳ ​ຈຳ​ປາ​ເດີມ, ​ທີ່ມີ​ອາ​ຍຸ​ກ່​ວາ 1.200 ປີ… ນີ້​ແມ່ນ​ບັນ​ດາ​​ທັດ​ສະ​ນີ​ນະ​ພາບ​ທີ່​ມີ​ຊື່​ສຽງ​ຂອງ​ແຄ໋ງ​ຮ່​ວາ, ແຕ່​ລະ​ປີ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ນັບ​ແສນ​ເທື່ອ​ຄົນ​ມາ​​ຢ້ຽມຢາມ.

ຂ່າວ/ບົດ​ອື່ນ