ແນະນຳປື້ມ ຫວຽດນາມ ຢູ່ ຝະລັ່ງ

ແນະນຳປື້ມ ຫວຽດນາມ ຢູ່ ຝະລັ່ງ - ảnh 1

ການ​ໂອ້​ລົມ​ສົນທະນາ​ກ່ຽວກັບ​ປະຫວັດສາດ​ສົງຄາມ ຫວຽດນາມ​​​ ອາ​ໄສ ​ຢູ່​ ຝະລັ່ງ
(ພາບ:vietnamplus.vn)


( vovworld ) – ​​​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ຢູ່​ສຳນັກງານ​ຊາວ ຫວຽດນາມ ຢູ່​ ຝະລັ່ງ, ​ໄດ້​ຈັດການ​ແນະນຳ​ປື້​ມ 2 ຫົວທີ່ຂຽນກ່ຽວ​ກັບ ຫວຽດນາມ ​ຂອງ​ນັກຄົ້ນຄ້ວາ​ຊາວ ​ຝະລັ່ງ Pierre Juornoud ທີ່​ມີ​ຊື່ວ່າ: “ນາຍ​ພົນ Charles De Gaule ​ແລະ ຫວຽດນາມ (1945-1969)“   ​ແລະ​ປື້​ມ “ປີ 1968-1976: ຫວຽດນາມ ຫລຸດ​ພົ້ນອອກ​ຈາກສົງຄາມ“.

ປື້​ມ “ນາຍ​ພົນ Charles De Gaule ​ແລະ ຫວຽດນາມ (1945-1969)“  ແມ່ນຫົວ​ເລື່ອງ​ຄົ້ນຄ້ວາ​ປະ​ລີ​ນຍາ​ເອກຂອງ Pierre Juornoud ນັກຄົ້້ນຄ​້ວາ​ປະຫວັດ​ສາດ ​ແລະ ​ປ້ອງ​ກັນຊາ​ດຊາວ​ຝະລັ່ງ. ​ໂດຍອີງ​ຕາມ​ບັນດາ​ການຄົ້ນຄ້ວາ​ຢ່າງ​ເລິກ​ເຊິ່ງ, ​ດ້ວຍເອກະສານ​ທີ່​ອຸດົມສົມບູນ ​ແລະ ບັນດາ​ການ​ສຳພາດ​ຕົວ​ພະຍານ​ຫຼັກຖານ​ຫຼາຍ​ຄົນ, ຜູ້​ແຕ່ງ​ໄດ້​ວິ​ເຄາະ​ນະ​ໂຍຍາຍ​ຂອງນາຍ​ພົນ Charles De Gaule ປະທານາທິບໍດີ​ຜູ້ທຳ​ອິດ​ໃນ​ລະບອບ​ສາທາລະນະ​ລັດສະ​ໄໝ​ທີ 5 ຂອງ ຝະລັ່ງ ທີ່​ມີ​ຕໍ່ ຫວຽດນາມ. ຫວຽດນາມ ດ້ວຍ​ກຳລັງ​ແຮງ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ ພ້ອມ​ກັບ​ທີ່​ຕັ້ງຍຸດ​ທະ​ສາດສຳຄັນ ​ນັ້ນ​ແມ່ນໜື່ງ​ໃນ​ບັນດາ​ປັດ​ໃຈ​ສຳຄັນ ສ້າງ​​ເປັນການ​ຫັນປ່ຽນ​​ນະ​ໂຍບາຍຂອງ​ນາຍ​ພົນ Charles De Gaule ​ທີ່​ມີ​ຕໍ່ ຫວຽດນາມ.

ຜູ້​ແຕ່ງ Pierre Juornoud ​ໄດ້​ແນະນຳປື້ມ​ຫົວທີ 2 ທີ່​ມີ​ຊື່ວ່າ “ປີ 1968-1976: ຫວຽດນາມ ຫລຸດ​ພົ້ນອອກ​ຈາກ​ສົງຄາມ“ ຕໍ່ກັບ​ເພື່ອນ​ມິດ​ ຫວຽດນາມ ​ແລະ ຝະລັ່ງ ຜ່ານ​ເທບ​ວີ​ເດໂອ​ເອກະສານ​ຕິດ​ພ້ອມ. ບັນດາ​ຕົວ​ພະຍານ​ຫຼັກ​ຖານປະຫວັດສາດ, ນັກຄົ້ນຄ້ວາ  Pierre Juornoud ​ແລະ ນັກຄົ້ນຄ້ວາ​ຊາວ ອາ​ເມ​ລິ​ກາ Cecile Menetrey-Monchau ຊື່​ງ​ໄດ້​ຮ່ວມກັນ​ແຕ່ງ​ປຶ້ມຫົວ​ດັ່ງກ່າວ ​ໄດ້​ແນະນຳ​ຢ່າງ​ເລິກ​ເຊີ່ງ​ໄລຍະ​ເວລາ​ທີ່ ຫວຽດນາມ ​ຢຸດຕິ​ສົງຄາມ; ດ້ວຍ​ຈຸດ​ພົ້ນ​ເດັ່ນ​ແມ່ນ​ການ​ເຈລະຈາ​ທາງ​ການ​ທູດ​ຄັ້ງຕ່າງໆ ພາ​ໄປ​ເຖິງ​ສົນທິສັນຍາ ປີຣີ ປີ 1973 ​ແລະ ຕໍ່​ຈາກ​ນັ້ນ​ແມ່ນ​ການ​ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ​ເມື່ອ​ປີ 1975. ນັກຄົ້ນຄ້ວາ  Pierre Juornoud ​​ເວົ້າວ່າ:

ພໍ່​ຂອງຂ້າພະ​ເຈົ້າ​ເຄີຍ​ເປັນ​ທະຫານ. ​ເຖິງ​ວ່າ​ບໍ່​​ໄດ້ເຂົ້າຮ່ວມ​ການ​ສູ້​ຮົບ​ຢູ່​ອິນດູ​ຈີນກໍ​ຕາມ ​ແຕ່​ເພີ່ນ​​ເຄີຍໄດ້​ຮັບຄວາມ​ເຈັບ​ປວດ​ຈາກສົງຄາມ​ແລ້ວ ​ແລະ​ ຍາມ​ໃດເພີ່ນກໍ​ຕຳນິຕິຕຽນນະ​ໂຍບາຍ​ຂອງ​ປະ​ເທດ ຝະລັ່ງ ​​ໃນ​ສົງ​ຄາມ​ຢູ່ ອິນດູ​ຈີນ ​ແລະ ຢູ່ ຫວຽດນາມ ​ໃນ​​ໄລ​ຍະ​ນັ້ນ. ​ໃນ​ການ​ຮ່ຳຮຽນ, ຄົ້ນຄ້ວາ, ຂ້າພະ​ເຈົ້າ​ໄດ້​ສຸມ​ໃສ່​ສາຍ​ພົວພັນ​ລະຫວ່າງ ​ຫວຽດນາມ-ຝະລັ່ງ. ຂ້າພະ​ເຈົ້າຮັກ​ແພງ​ປະ​ເທດ ຫວຽດນາມ ​ແລະ ຍາມ​ໃດ​ກໍ​ຢາກ​ຄົ້ນຄ້ວາ​ກ່ຽວ​ກັບ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ເມືອງ, ສັງຄົມ​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ. ຂ້າພະ​ເຈົ້າ​ເຄີຍ​​ເດີນທາງ​ໄປ​ທົ່ວ​ປະ​ເທດ ຫວຽດນາມ ດ້ວຍລົດຖີບ​  ​ແລະ ພວກ​ຂ້າພະ​ເຈົ້າ​ໄດ້​ພ້ອມ​ກັນ​ຜະລິດ​ຟິມ​ຮູບ​ເງົາເອກະສານ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​​ແຫ່ງປະຫວັດສາດ​ທີ່​ໜ້າ​ຈົດ​ຈຳ​ໃນ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ-​ຝະລັ່ງ“.

ຂ່າວ/ບົດ​ອື່ນ