ແອັດສະປາຍ ຖະແຫຼງຈະຢຸດຕິສິດປົກຄອງດ້ວຍຕົນເອງຂອງເຂດ Catalonia

(VOVWORLD) - ໃນແຈ້ງຂ່າວເມື່ອວັນທີ 19 ຕຸລາ, ຫ້ອງວ່າການນາຍົກລັດຖະມົນຕີ ແອັດສະປາຍ ໄດ້ປະກາດວ່າ ວັນທີ 21 ຕຸລາ ຈະມາເຖິງ, ລັດຖະບານປະເທດນີ້ຈະເລີ່ມດຳເນີນມາດຕາ 155 ຂອງລັດຖະທຳມະນູນ, ອະນຸຍາດໃຫ້ Madrid ຢຸດຕິສິດປົກຄອງດ້ວຍຕົນເອງທາງດ້ານການເມືອງຂອງເຂດ Catalonia. 

ກ່ອນໜ້ານັ້ນ, Madrid ໄດ້ປະກາດເວລາກຳນົດສຸດທ້າຍແມ່ນວັນທີ 19 ຕຸລາ ເພື່ອໃຫ້ອຳນາດການປົກຄອງເຂດ Catalonia ຖອນຄືນຖະແຫຼງເອກະລາດທີ່ໄດ້ຍົກອອກມາໃນອາທິດກ່ອນ, ຖ້າບໍ່ດັ່ງນັ້ນຈະຕ້ອງຍອມຮັບການບໍລິຫານໂດຍກົງຈາກອຳນາດການປົກຄອງສູນກາງ. ໃນຂະນະທີ່ ນາຍົກລັດຖະມົນຕີ Rajoy ຈັດວາງສິດບໍລິຫານໂດຍກົງຕໍ່ເຂດ Catalonia, ຈະເສຍເວລາ 3 – 5 ວັນເພື່ອໃຫ້ສິດປົກຄອງດ້ວຍຕົນເອງຂອງເຂດຖືກຢຸດຕິໄວ້ຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ