ໂຄງການຮ່ວມມືດ້ານເຕັກນິກ ຫວຽດນາມ ນອກແວ

ໂຄງການຮ່ວມມືດ້ານເຕັກນິກ ຫວຽດນາມ ນອກແວ - ảnh 1
ຜົນຮ້າຍຢ່ອຍຫລັງຈາກການປ່ຽນແປງຂອງດິນຟ້າອາກາດ
ພາບປະກອບຈາກ internet

 (vovworld) - ວັນ​ທີ 29/2 ສະ​ຖາ​ບັນ​ວິທະຍາສາດ ອຸຕຸນິຍົມ​ອຸ​ທົກ​ກະສາ​ດ ​ແລະ ສິ່ງ​ແວດ​ລ້ອມ ສັງ​ກັດ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​​ເລີ່​ມປະຕິບັດ​ໂຄງການຮ່ວມ​ມື​ດ້ານ​ເຕັກນິກ​ຫວຽດນາມ ນອກ​ແວ ກ່ຽວ​ກັບ​ການ​ນຳ​ໃຊ້​ຮູບ​ແບບ​ລະບົບ​ຫນ່ວຍ​ໂລກ​ຂອງ ນອກ​ແວ​ ສ້າງ​ຕາຕະລາງ​ເວລາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄົ້ນ​ຄ້ວາລະ​ບົບລົມ​ມໍ​ລະ​ສຸມ ​ແລະ ບັນດາ​ປະກົດ​ການ​ອາກາດ​ຮ້າຍ​ແຮງ​ຢູ່ ຫວຽດນາມ. ​ໂຄງການ​ດັ່ງກ່າວ​ມີ​ຍອດ​ຈຳນວນ​ທຶນ​ເກືອບ 1 ລ້ານ USD, ​ໃນ​ນັ້ນ ທຶນ ODA ຊ່ວຍ​ເຫລືອ​ລ້າ​​ແມ່ນ​ເກືອບ 800.000 USD. ​ໄລຍະ​ປະຕິບັດ​ໂຄງການ​ແມ່ນ 30 ​ເດືອນ ​ນັບ​ແຕ່​ 1/12/2011 ​ເປັນ​ຕົ້ນ​ໄປ. ຈຸດໝາຍ​ຍາວ​ນານ​ຂອງ​ໂຄງການ​ແມ່ນ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ສະ​ຖາ​ບັນ​ດັ່ງກ່າວ ກໍ​ຄື​ສູນ​ຄົ້ນ​ຄ້ວາ​ອາກາດ​ໃນ​ຂົງ​ເຂດຫັນ​ລະບົບ​ອາກາດ​ເປັນຮູບ​ແບບ.

 

 

ຂ່າວ/ບົດ​ອື່ນ