ໂຄງການເຂື່ອນໄຟຟ້ານຳ້ຕົກນ້ຳໂມ້2,ແຂວງຊຽງຂວາງຈະໄດ້ຮັບການຜັນຂະຫຍາຍຖືກຕາມແຜນການ

ໂຄງການເຂື່ອນໄຟຟ້ານຳ້ຕົກນ້ຳໂມ້2,ແຂວງຊຽງຂວາງຈະໄດ້ຮັບການຜັນຂະຫຍາຍຖືກຕາມແຜນການ - ảnh 1
(ພາບ​ປະ​ກອບ)

(vovworld) -​ ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຮ່ວມ​ມືທະ​ວີ​ພາ​ຄີ ຫວຽ​ດ​ນາມ ​ແລະ ລາວຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີິ ຫງວຽນ​ຊວ​ນ​ຟຸກ, ປະ​ທານ​ຄະ​ນະ​ກຳ​​ມະ​ການ​ຮ່ວມ​ມື​ຫວຽດ​ນາມ - ລາວ; ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ສະ​ຫວ​າດ ເລັ່ງ​ສະ​ຫວັດ, ປະ​ທານ​ຄະ​ນະ​ກຳ​​ມະ​ການ​ຮ່ວມ​ມືລາວ - ​ຫວຽດ​ນາມ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ສັນ​ຍາ​ສິນ​ເຊື່ອໂຄງ​ການ​ເຂື່ອນ​ໄຟ​ຟ​້ານ​້ຳ​ໂມ້ 2, ແຂວງ ຊຽງ​ຂວ​າງ ທີ່​ມີ​ມູນ​ຄ່າ​ເກືອບ 152 ລ້ານ USD ລະ​ຫວ່າງ​ບໍ​ລິ​ສັດ​ເຂື່ອນ​ໄຟ​ຟ້າ​ນຳ​້​ຕົກນ້ຳ​ໂມ້ຫວຽດ​ນາມ ຈຳ​ກັດ ​ແລະ ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV). ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນຳ​້​ຕົກນ້ຳ​ໂມ້ 2, ຢູ່​ເມື່ອງ​ໝອກ​ໄໝ່, ແຂວງ​ຊ​ຽງ​ຂວາງ, ລາວ, ລວມ​ມີ​ 3 ຫ້ອງເຄື່ອງຈັກ ດ້ວຍ​​ກຳ​ລັງ​ການ​ຜ​ະ​ລິດ​ໄຟ​ຟ​້າ 120 ເມ​ກາ​ວັດ, ມີ​ຍອດ​ເງິນ​ລົງ​ທຶນ 225 ລ້ານ USD. ໂຄງ​ການ​ໄ​ດ້​ຮັບ​ການ​ຜັນ​ຂ​ະ​ຫຍາຍ​ແຕ່​ເດືອນ 10/2015, ຄາດ​ວ່າ​ຈະ​ກໍ່​ສ້າງ​ສຳ​ເລັດ​ໃນໄຕ​ມາດ​ທີ 1 ປີ 2019.

ຂ່າວ/ບົດ​ອື່ນ