ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ: ພົນ​ລະ​ເມືອງ ຫວຽດ​ນາມ ຢູ່ ອິດ​ສະ​ຣາ​ແອັນ ຍັງ​ປອດ​ໄພ

(VOVWORLD) - ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ປັດຈຸບັນ, ພົນລະເມືອງ ຫວຽດນາມ ທັງໝົດຢູ່ ອິດສະຣາແອັນ ລ້ວນແຕ່ປອດໄພ. ພ້ອມດຽວກັນນັ້ນ, ກະຊວງການຕ່າງປະເທດ ຫວຽດນາມ ກໍກ່າວເຕືອນວ່າ ພົນລະເມືອງ ຫວຽດນາມ ບໍ່ຄວນໄປຍັງ ອິດສະຣາແອັນ ໃນຈຸດເວລານີ້ ຖ້າຫາກວ່າ ບໍ່ມີຄວາມຈຳເປັນ.

 

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ: ພົນ​ລະ​ເມືອງ ຫວຽດ​ນາມ ຢູ່ ອິດ​ສະ​ຣາ​ແອັນ ຍັງ​ປອດ​ໄພ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 26 ຕຸລາ, ຢູ່ການຖະແຫຼງຂ່າວນັດສາມັນ ກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບສະພາບການພົນລະເມືອງ ຫວຽດນາມ ພວມຢູ່ເຂດປະທະກັນຢູ່ເຂດຕາເວັນອອກກາງ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ, ສະພາບການຢູ່ເຂດຕາເວັນອອກກາງ ຍັງສືບຕໍ່ມີການຜັນແປຢ່າງສັບສົນ. ວັນທີ 23 ຕຸລາ ຜ່ານມາ, ຄະນະຊີ້ນຳວຽກງານປົກປ້ອງພົນລະເມືອງຂອງກະຊວງການຕ່າງປະເທດ ໄດ້ໂຮມປະຊຸມ ແລະ ປຶກສາຫາລືກ່ຽວກັບບັນຫາປົກປ້ອງພົນລະເມືອງ ຫວຽດນາມ ຢູ່ເຂດປະທະກັນ ຕໍ່ໜ້າສະພາບການຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ ທີ່ພວມເພີ່ມຂຶ້ນ.

        “ກະຊວງການຕ່າງປະເທດ ໄດ້ ແລະ ພວມສືບຕໍ່ຊີ້ນຳບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ອິດສະຣາແອັນ, ອາຣັບບີ ຊະອຸດິ ແລະ ອີຢິບ ພ້ອມທັງ ປາແລັດສະຕິນ ຕິດຕາມສະພາບການຢູ່ເຂດເກີດການປະທະກັນຢ່າງໃກ້ຊິດ, ຮີບເລັ່ງປະຕິບັດການສຳຫຼວດກວດກາຄືນຂໍ້ມູນກ່ຽວກັບພົນລະເມືອງ ຫວຽດນາມ ຢູ່ເຂດດັ່ງກ່າວ. ສົມທົບກັບບັນດາອົງການເຈົ້າໜ້າທີ່ທີ່ມີຄວາມຮັບຜິດຊອບຂອງປະເທດປະຈຳຖິ່ນ, ອົງການທີ່ກ່ຽວຂ້ອງຢູ່ພາຍໃນປະເທດ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາວິທີປົກປ້ອງພົນລະເມືອງ, ມາດຕະການໜູນຊ່ວຍ, ຮັບປະກັນຄວາມປອດໄພໃຫ້ພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນໃນກໍລະນີທີ່ຈຳເປັນ”.

        ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ປັດຈຸບັນ, ພົນລະເມືອງ ຫວຽດນາມ ທັງໝົດ ທີ່ຢູ່ ອິດສະຣາແອັນ ລ້ວນແຕ່ປອດໄພ. ພ້ອມດຽວກັນນັ້ນ, ກະຊວງການຕ່າງປະເທດ ຫວຽດນາມ ກໍກ່າວເຕືອນວ່າ ພົນລະເມືອງ ຫວຽດນາມ ບໍ່ຄວນໄປຍັງ ອິດສະຣາແອັນ ໃນຈຸດເວລານີ້ ຖ້າຫາກວ່າ ບໍ່ມີຄວາມຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ