ໂຄສະນາການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ ຢູ່ ອົດສະຕາລີ

(VOVWORLD) - ນະຄອນ ໂຮ່ຈີມິນ ໄດ້ຈັດການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ, ດຶງດູດໃຈ, ສະນັ້ນໄດ້ກາຍເປັນສະຖານທີ່ໄດ້ຮັບຄວາມນິຍົມຊົມຊອບຂອງແຂກທ່ອງທ່ຽວຕ່າງປະເທດ
ໂຄສະນາການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ ຢູ່ ອົດສະຕາລີ - ảnh 1(ທ່ານ ຟານວັນມ້າຍ ພ້ອມກັບປະຊາຊົນ ອົດສະຕາລີ ຢ້ຽມຢາມເຂດວາງາສະແດງ)

        ວັນທີ 14 ພຶດສະພາ, ຢູ່ນະຄອນ Parramatta, ລັດ New South Wales, ປະເທດ ອົດສະຕາລີ, ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຖານກົງສູນ ຫວຽດນາມ ປະຈຳລັດ New South Wales ຈັດກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ.

        ກ່າວຄຳເຫັນທີ່ເຫດການ, ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ນະຄອນ ໂຮ່ຈີມິນ ໄດ້ຈັດການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ, ດຶງດູດໃຈ, ສະນັ້ນໄດ້ກາຍເປັນສະຖານທີ່ໄດ້ຮັບຄວາມນິຍົມຊົມຊອບຂອງແຂກທ່ອງທ່ຽວຕ່າງປະເທດ, ໃນນັ້ນມີແຂກທ່ອງທ່ຽວມາຈາກ ອົດສະຕາລີ. ຕາມຕົວເລກສະຖິຕິຂອງຈຳນວນພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ແລ້ວ, ລະດັບເຕີບໂຕຂອງແຂກທ່ອງທ່ຽວ ອົດສະຕາລີ ມາ ຫວຽດນາມ ໃນປີ 2023 ກໍ່ຢູ່ລະດັບສູງ, ບັນລຸປະມານ 89% ເມື່ອທຽບໃສ່ປີ 2022.

        ຕາມທ່ານນາງ Karla Lampe, ຫົວໜ້າບໍລິຫານອົງການການຄ້າ ແລະ ການລົງທຶນລັດ New South Wales, ຫວຽດນາມ ຢືນອັນດັບທີ 9 ໃນບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວໄດ້ຮັບຄວາມນິຍົມທີ່ສຸດຂອງຊາວ ອົດສະຕາລີ. ປະຈຸບັນ, ອົດສະຕາລີ ພວມສົມທົບກັບກົມໃຫຍ່ທ່ອງທ່ຽວ ຫວຽດນາມ ເພື່ອຍົກອອກບັນດາມາດຕະການ ແນໃສ່ເພີ່ມຈຳນວນແຂກທ່ອງທ່ຽວໄປມາລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ