ໂຄສະນາການທ່ອງທ່ຽວກວ໋າງບິງ ແລະ ຫວຽດນາມຜ່ານຟິມຮູບເງົາ

(VOVWORLD) -ຟິມຮູບເງົາ “The Immortal” ກໍແມ່ນຮູບເງົາ ທີ 2 ທີ່ໄດ້ຮັບການຖ່າຍຢູ່ພາຍໃນຖໍ້າຂອງແຂວງກວ໋າງບິງ, ພາຍຫຼັງ ຟິມຮູບເງົາ ທີ່ມີຊື່ສຽງຂອງ ອາເມລິກາ “Konh – Skull Island” ເຊິ່ງໄດ້ເປີດຕົວໃນປີ 2017.     

ວັດທີ 26 ຕຸລາ ຈະມາເຖິງ, ຟິມຮູບເງົາ “The Immortal” ແປວ່າ “ຄົນອະມະຕະ” ຂອງຜູ້ກໍາກັບ Victor Vu ເຊິ່ງເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈະໄດ້ສາຍເປັນທາງການໃນທົ່ວປະເທດ. ນີ້ແມ່ນຟິມຮູບເງົາ ທີ່ໄດ້ຮັບການຕີລາຄາວ່າ ມີຄວາມຈັບອົກຈັບໃຈ, ມີການລົງທຶນຢ່າງພິຖີພິຖັນ ແລະມີແນວຄວາມຄິດທີ່ແປກໃຈໃໝ່ອຽມ. ພິເສດ, ຟິມຮູບເງົາດັ່ງກ່າວ ໄດ້ສາຍຢູ່ຫຼາຍແຂວງ ແລະ ນະຄອນຂອງຫວຽດນາມ,ໂດຍສະເພາະແມ່ນ ແຂວງກວາງບິງ - ເຊິ່ງໄດ້ຂະໜານນາມວ່າ ແມ່ນ “ດິນແດນແຫ່ງຖໍ້າ”, ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາ, ສົ່ງເສີມໃຫ້ແກ່ຂະແໜງການທ່ອງທ່ຽວຂອງແຂວງກວາງບິງ ເວົ້າສະເພາະ ແລະ ການທ່ອງທ່ຽວຂອງຫວຽດນາມເວົ້າລວມ.

        ຟິມຮູບເງົາ “The Immortal” ກໍແມ່ນຮູບເງົາ ທີ 2 ທີ່ໄດ້ຮັບການຖ່າຍຢູ່ພາຍໃນຖໍ້າຂອງແຂວງກວ໋າງບິງ, ພາຍຫຼັງ ຟິມຮູບເງົາ ທີ່ມີຊື່ສຽງຂອງ ອາເມລິກາ “Konh – Skull Island” ເຊິ່ງໄດ້ເປີດຕົວໃນປີ 2017.         

ຕອບກັບ

ຂ່າວ/ບົດ​ອື່ນ