ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ ແລະ ອາ​ຫານ​ການ​ກິນ ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ

(VOVWORLD) - ທ່ານ ເຢືອງກວັກແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ເນັ້ນໜັກວ່າ ປີນີ້ ແມ່ນປີບານພັບ ໃນການພົວພັນຮ່ວມມື, ສາມັກຄີ ແລະ ມິດຕະພາບ ຫວຽດນາມ - ອາກຊັງຕິນ.
ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ ແລະ ອາ​ຫານ​ການ​ກິນ ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ - ảnh 1ທ່ານ ເຢືອງກວັກແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ແລະ ບັນດາຜູ້ແທນເຂົ້າຮ່ວມ ເຫດການ (ພາບ: TTXVN)

ວັນທີ 22 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ຈັດການເຄື່ອນໄຫວໂຄສະນາ ວັດທະນະທຳ ແລະ ອາຫານການກິນ ຫວຽດນາມ ຢູ່ຮ້ານອາຫານ Green Bamboo ນະຄອນຫຼວງ Buenos Aires, ເພື່ອອັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ. ກ່າວຄຳເຫັນນະທີ່ນີ້, ທ່ານ ເຢືອງກວັກແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ເນັ້ນໜັກວ່າ ປີນີ້ ແມ່ນປີບານພັບ ໃນການພົວພັນຮ່ວມມື, ສາມັກຄີ ແລະ ມິດຕະພາບ ຫວຽດນາມ - ອາກຊັງຕິນ, ເມື່ອສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (25/10/1973 - 25/10/2023) ແລະ 13 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2010 - 2023). ມີຫຼາຍການເຄື່ອນໄຫວດ້ານການເມືອງ ທີ່ມີຄວາມໝາຍ ໄດ້ຈັດຂຶ້ນເປັນຫຼາຍຮູບແບບ, ພິເສດແມ່ນການຢ້ຽມຢາມອາກຊັງຕິນ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນເດືອນເມສາ ປີ 2023. ການທູດວັດທະນະທຳ ແມ່ນຂົວເຊື່ອມຕໍ່ນຳບັນດາຊົນຊາດຫຍັບເຂົ້າໃກ້ກັນກ່ວາ, ໃນນັ້ນ ໃນຊຸມປີມໍ່ໆມານີ້, ອາຫານການກິນ ຫວຽດນາມ ໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດ ອາກຊັງຕິນ ພິເສດແມ່ນ ຢໍ່ຈືນ.

ໃນໂອກາດນີ້, ເພື່ອນມິດ ອາກຊັງຕິນ ມີໂອກາດຮັບປະທານອາຫານ ຫວຽດນາມ ຢູ່ ຮ້ານອາຫານ Green Bamboo, ເຊິ່ງແມ່ນສະຖານທີ່ລຶ້ງເຄີຍ ໃນໄລຍະ 24 ປີຜ່ານມາ ຂອງຊາວ ອາກຊັງຕິນ ແລະ ແຂກທ່ອງທ່ຽວທີ່ມີມັກກິນ ອາຫານຫວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ