ໂຄສະນາຮູບພາບ ຫວຽດນາມ ຢູ່ ອີຕາລີ

(VOVWORLD) - ອຳນາດການປົກຄອງນະຄອນ ປາເລໂມ, ຂຶ້ນກັບເຂດປົກຄອງດ້ວຍຕົນເອງ ຊີກີລີ, ປະເທດ ອີຕາລີ ພ້ອມແລ້ວທີ່ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອີຕາລີ ເພື່ອຈັດຕັ້ງເຫດການວັນໂຄສະນາເຜີຍແຜ່ ຫວຽດນາມ ໃນໄລຍະເວລາໄວທີ່ສຸດ.
ໂຄສະນາຮູບພາບ ຫວຽດນາມ ຢູ່ ອີຕາລີ - ảnh 1 (ພາບປະກອບ)

ນີ້ແມ່ນໝາກຜົນຂອງການເຮັດວຽກລະຫວ່າງທ່ານເອກລັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ກາວຈີ໋ງທ້ຽນ ແລະ ເຈົ້າຄອງນະຄອນ ປາເລໂມ ທ່ານ Leoluca Orlando ໃນວັນທີ 05 ພຶດສະພາ. 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ເຫດການວັນໂຄສະນາເຜີຍແຜ່ ຫວຽດນາມ ຈະບໍ່ພຽງແຕ່ຢຸດຢູ່ການຈັດຕັ້ງບັນດາເຫດການພົບປະແລກປ່ຽນ, ສະແດງວັດທະນະທຳ, ສິລະປະເທົ່ານັ້ນ ຫາກຍັງມີການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມາຈາກ ຫວຽດນາມ  ແລະ ນະຄອນ ປາເລໂມ ເວົ້າສະເພາະ, ເຂດປົກຄອງດ້ວຍຕົນເອງ ຊີກີລີ ເວົ້າລວມ.

        ສ່ວນເຈົ້າຄອງນະຄອນ ປາເລໂມ ທ່ານ Leoluca Orlando ຖືວ່າ: ນີ້ຈະແມ່ນບາດກ້າວບຸກທະລຸໃນການເປີດບັນດາກາລະໂອກາດຮ່ວມມືຕື່ມອີກ ກ່ຽວກັບທຸກຂົງເຂດລະຫວ່າງ 2 ປະເທດ ກໍ່ຄືໃຫ້ນະຄອນ ປາເລໂມ ເວົ້າສະເພາະ. ສ່ວນທ່ານເອກອັກຄະລັດຖະທູດ ກາວຈີ໋ງທ້ຽນ ຕີລາຄາວ່າ ໃນທ່າອ່ຽງແຫ່ງການພົວພັນຮ່ວມມືມິດຕະພາບພວມດີງາມທີ່ສຸດ, ເລື່ອງເພີ່ມທະວີຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນກໍ່ຄື ວັດທະນະທຳ, ການສຶກສາ ຈະປະກອບສ່ວນເຂົ້າໃນການປະຕິບັດ ແລະ ຫັນການພົວພັນດ້ານການເມືອງເປັນຕົວຈິງ ແລະ ລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ