ໂຈະ​ກອ​ງ​ປະ​ຊຸມ​ສຸດຍອດ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ວັນທີ 1 ເມສາ, ທ່ານ Alok Sharma ປະທານ COP26 ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດຄັ້ງທີ 26 ຂອງ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ຊື່ງຄາດວ່າຈະຈັດຂຶ້ນໃນລະຫວ່າງ ວັນທີ 9-19 ພະຈິກ ຢູ່ນະຄອນ Glasgow ຂຶ້ນກັບ Scotland (ລາຊະອານາຈັກອັງກິດ) ນັ້ນຈະຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ-19.
ໂຈະ​ກອ​ງ​ປະ​ຊຸມ​ສຸດຍອດ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1 (ພາບປະກອບ)

   ທ່ານ Sharma ຖືວ່າ ໂລກພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍໃນທົ່ວໂລກທີ່ບໍ່ເຄີຍມີມາກ່ອນແລະ ບັນດາປະເທດພວມສຸມທຸກແຫຼ່ງກຳລັງໃຫ້ແກ່ບັ້ນຕ້ານຄືນໂລກລະບາດນີ້.

    ສ່ວນທ່ານນາງ Patricia Espinosa ເລຂາບໍລິຫານຂອງສົນທິສັນຍາ ແມ່ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ກ່າວເຕືອນວ່າ ໂຄວິດ-19 ແມ່ນໄພນາບຂູ່ອັນຮີບດ່ວນທີ່ສຸດ ສຳລັບມວນມະນຸດໃນປະຈຸບັນແຕ່ທ່ານນາງຍັງໄດ້ກ່າວເຕືອນອີກວ່າ ໂລກບໍ່ຄວນລືມ ວ່າ ການປ່ຽນແປງຂອງດິນຟ້າອາກາດ ກໍ່ແມ່ນໄພນາບຂູ່ໃຫ່ຍຫຼວງທີ່ສຸດສຳລັບມວນມະນຸດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ