ໂທລະເລກອວຍພອນທ່ານປະທານາທິບໍດີ Barack Obama

 (vovworld) - ວັນທີ 7/11, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ແລະ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ທ່ານ Barack Obama ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ສະຫະລັດ ອາ​ເມ​ລິ​ກາ ອີກສະໄຫມຫນຶ່ງ. ​ໃນ​ໂທ​ລະ​ເລກ​ມີ​ຕອນ​ກ່າວ​ວ່າ: ຕາງຫນ້າ​ໃຫ້​ລັດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ພວກ​ຂ້າພະ​ເຈົ້າ​ຂໍ​ສົ່ງຄວາມ​ອວຍພອນອັນ​ອົບ​ອຸ່ນ​ພອນ​ໄຊ​ອັນປະ​ເສີດ​​ມາ​ຍັງ​ທ່ານ​ເນື່ອງ​ໃນ​ໂອກາດ​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີສະຫະລັດ​ອາ​ເມ​ລິ​ກາ ອີກສະໄຫມຫນຶ່ງ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ເມື່ອເຫັນ​ວ່າ ​ໃນ​ອາຍຸ​ການ​ຜ່ານ​ມາ​ຂອງ​ທ່ານ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ສືບ​ຕໍ່​ບັນລຸ​ບັນດາ​ບາດກ້າວ​ສຳຄັນ. ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ຫລາຍ​ຂົງ​ເຂດ. ຄຽງ​ຄູ່​ກັນ​ນັ້ນ ສອງ​ປະ​ເທດ​ພວກ​ເຮົາ​ໄດ້​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນທີ່​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ໃນ​ບັນດາ​ບັນຫາ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ແລະ ທ່ານ​ນາຍົກລັດຖະມົນຕີ  Nguyen Tan Dung ກໍ​ສະ​ແດງຄວາມ​ເຊື່ອ​ໝັ້ນ​ວ່າ ​ໃນ​ອາຍຸ​ການ​ທີ​ສອງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຍິ່ງ​ກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ​, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ອາຊີ - ປາຊີຟີ​ກ ​ແລະ ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ