ໂມ​ຊຳ​ບິກ - ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຫວຽດ​ນາມ ​ຢູ່ທະ​ວີບ​ອາ​ຟ​ຣິກກາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໂມຊຳບິກ  Adriano Maleianeo ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບູລິມະສິດແຖວໜ້າ ຂອງໂມຊຳບິກ ຢູ່ອາຊີ.
ໂມ​ຊຳ​ບິກ - ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຫວຽດ​ນາມ ​ຢູ່ທະ​ວີບ​ອາ​ຟ​ຣິກກາ - ảnh 1ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ ພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ໂມຊຳບິກ Adriano Maleianeo (ພາບ:  VOV)

ວັນທີ 11 ກັນຍາ ທີ່ຜ່ານມາ, ທີ່ນະຄອນຫຼວງມາປູໂຕ, ໂມຊຳບິກ, ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ ໄດ້ມີການພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ໂມຊຳບິກ Adriano Maleianeo ເນື່ອງໃນໂອກາດການໄປຢ້ຽມຢາມ ສາທາລະນະລັດ ໂມຊຳບິກ ຢ່າງເປັນທາງການ, ເລີ່ມແຕ່ວັນທີ 10 - 13 ກັນຍາ. ກ່າວຄຳປາໄສ ຕໍ່ກອງປະຊຸມ, ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ ຢືນຢັນ; ຫວຽດນາມ ຢາມໃດກໍ່ຖືຄວາມສຳຄັນຕໍ່ສາຍພົວພັນຮ່ວມມືມິດຕະພາບ ອັນເປັນມູນເຊື້ອກັບ ໂມຊຳບິກ. ຢັ້ງຢືນ ໂມຊຳບິກ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນຂອງ ຫວຽດນາມ ຢູ່ທະວີບອາຟຣິກາ. ສ່ວນທ່ານນາຍົກລັດຖະມົນຕີ ໂມຊຳບິກ  Adriano Maleianeo ກໍ່ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບູລິມະສິດແຖວໜ້າ ຂອງໂມຊຳບິກ ຢູ່ອາຊີ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຈະຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ; ຕັດສິນໃຈຍົກວົງເງິນການຄ້າລະຫວ່າງສອງປະເທດໃຫ້ສູງຂຶ້ນ, ໂດຍຜ່ານການສ້າງເງື່ອນໄຂອັນສະດວກກວ່າອີກ ໃຫ້ແກ່ບັນດາຜະລິດຕະພັນສິນຄ້າທີ່ເປັນທ່າແຮງຂອງແຕ່ລະປະເທດ ແຊກຊຶມເຂົ້າຕະຫຼາດຂອງກັນ ແລະ ກັນ; ສົ່ງເສີມບັນດາວິສາຫະກິດ 2 ປະເທດໃຫ້ຮ່ວມມືກັນ ແລະ ເປັນເອກະພາບນຳກັນວ່າ ຈະສືບຕໍ່ຖືຂະແໜງກະສິກຳ, ລວມທັງການປູກລ້ຽງສິນນ້ຳ ເປັນຂະແໜງການຮ່ວມມືຈຸດສຸມ ເພື່ອປະກອບສ່ວນຮັບປະກັນລະບົບສະໜອງ ແລະ ຄ້ຳປະກັນທາງດ້ານສະບຽງອາຫານໂລກ. ທາງຝ່າຍ ໂມຊຳບິກ ສະເໜີໃຫ້ ຫວຽດນາມພັດທະນາພຶ້ນຖານໂຄງລ່າງ, ທາງຄົມມະນາຄົມຢູ່ ໂມຊຳບິກ; ເພີ່ມຈຳນວນທຶນການສຶກສາ, ເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທຳ, ຍູ້ແຮງການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ. ທ່ານນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມຈະພິຈາລະນາເປັນພິເສດຕໍ່ເລື່ອງເພີ່ມຈຳນວນທຶນການສຶກສາ ໃຫ້ແກ່ນັກສຶກສາ ໂມຊຳບິກ ມາຮ່ຳຮຽນທີ່ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ