ໂລກມີຄວາມວິຕົກ ກັງວົນຕໍ່ເລື່ອງ ອາເມລິກາຈະ ປະກອບອາວຸດ ໃຫ້ກຳລັງລຸກຮຶ້ຂຶ້ນ ຢູ່ຊີຣີ

ໂລກມີຄວາມວິຕົກ ກັງວົນຕໍ່ເລື່ອງ ອາເມລິກາຈະ ປະກອບອາວຸດ ໃຫ້ກຳລັງລຸກຮຶ້ຂຶ້ນ ຢູ່ຊີຣີ - ảnh 1

(ພາບປະກອບ:tieudiem.com)

(vovworld)- ​​ບັນດາແຫລ່ງຂ່າວຫວ່າງແລ້ວນີ້ໃຫ້ຮູ້ວ່າ, ອາເມລິກາ ພວມກະກຽມ ສະໜອງອາວຸດ​ໃຫ້​ແກ່​ກຳລັງ​ລຸກ​ຮຶ້ຂຶ້ນ​ຊີຣີ ຜ່ານ​ບັນດາ​ຖານ​ທີ່ໝັ້ນລັບ​ຢູ່​ຕວກກີ ​ແລະ ຈໍ​ແດນ. ປະຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ, ການ​ກະທຳ​ດັ່ງກ່າວ​ຂອງອາເມລິກາ ຈະ​ເຮັດ​ໃຫ້​ວິ​ກິດ​ການ​ຢູ່​ຊີຣີ ນັບ​ມື້​ນັບ​ຊົ່ວ​ຮ້າຍ​ຂຶ້ນ​ຕື່ມ​. ວັນ​ທີ 15/6, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ກັບ​ຄູ່​ຕຳ​ແໜ່​ງອີ​ຕາ​ລີ, ທ່ານ​ນາງ Emma Bonino ຢູ່​ມົດ​ສະ​ກູ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ ຈົ່ງ​ບໍ່​ຍົກ​ອອກ​ບັນດາຄຳ​ປະກາດ​ຫລື​ການ​ກະທຳ​ທີ່​ເຮັດ​ໃຫ້​ຝ່າຍ​ຄ້ານ​ຢູ່​ຊີຣີ ສືບ​ຕໍ່​ດຳ​ເນີນ​ການ​ປະ​ທະ​ກັນ. ສ່ວນ​ທ່ານ Carl Bildt ລັດຖະມົນຕີ​ການ​ຕ່າງປະ​ເທດຊູ​ແອດ ຖື​ວ່າ: ​ເລື່ອງອາ​ເມ​ລິ​ກາ ​ໃຫ້​ຄຳໝັ້ນສັນຍາ​ໜູນ​ຊ່ວຍ​ດ້ານ​ການ​ທະຫານ​ໃຫ້​ແກ່ກຳລັງ​ລຸກ​ຮຶ້ຂຶ້ນ​ຊີຣີ ຈະ​ກໍ່​ໃຫ້ເກີດ​ໄພ​ອັນຕະລາຍສ້າງ​ເປັນ​ການ​ຊ່ວງ​ເສັງ​ປະກອບອາວຸດຢູ່​ປະ​ເທດ​ນີ້. ກ່ອນ​ໜ້ານັ້ນ, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ເນັ້ນໜັກ​​ວ່າ: ​ມາດ​ຕະການ​ດ້ານ​ການ​ທະຫານ​ບໍ່​ແມ່ນຄຳ​ຕອບ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ຊີຣີ ​ແລະ ການ​ສະໜອງ​ອາວຸດ​ໃຫ້​ບໍ່​ວ່າ​ຝ່າຍ​ໃດ​ໃນ​ການ​ປະ​ທະ​ກັນນັ້ນ ຈະ​ບໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​​ເພື່ອ​ແນ​ໃສ່​ຈັດ​ກອງ​ປະຊຸມ​ສາກົນ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ຢູ່ປະ​ເທດ​ນີ້​ໃນ​ເວລາ​ກ່ວາ 2 ປີຜ່ານມາ.

ຂ່າວ/ບົດ​ອື່ນ