ໂລ​ກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ມີ​ຜູ້​ຊີ​ວິດ​ໃນ​ທົ່ວ​ໂລກຫຼາຍກວ່າ 4,3 ​ລ້ານຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 11 ສິງຫາ, ໃນທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 204,7 ລ້ານຄົນ ແລະ ຫຼາຍກວ່າ 4,3 ລ້ານຄົນເສຍຊີວິດ. ອາເມລິກາ ຍັງຄົງແມ່ນປະເທດທີ່ຖືກຜົນກະທົບຈາກໂລກລະບາດຢ່າງໜັກໜ່ວງທີ່ສຸດ.
ໂລ​ກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ມີ​ຜູ້​ຊີ​ວິດ​ໃນ​ທົ່ວ​ໂລກຫຼາຍກວ່າ 4,3 ​ລ້ານຄົນ - ảnh 1ການເອົາຕົວຢ່າງກວດຫາເຊື້ອໄວຣັັດ ຢູ່ເຊີອຸນ, ສ.ເກົາຫຼີ (ພາບ: Yonhap/TTXVN)

ຢູ່ພາກພື້ນ ອາຊີ, ເປັນຄັ້ງທຳອິດທີ່ ສ.ເກົາຫຼີ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອລາຍໃໝ່ລື່ນກາຍ 2.000 ຄົນ, ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ເວລາດຽວກັນຂອງກ່ອນໜ້ານັ້ນໜຶ່ງວັນ.

        ຢູ່ ເອີຣົບ, ວັນທີ 10 ສິງຫາ, ອັງກິດ ຢັ້ງຢືນມີຜູ້ເສຍຊີວິດ 146 ຄົນ, ນີ້ແມ່ນຈຳນວນຜູ້ເສຍຊີວິດພາຍໃນວັນສູງທີ່ສຸດຢູ່ປະເທດນີ້ ນັບແຕ່ວັນທີ 12 ມີນາ ມານີ້.

        ໃນສະພາບການທີ່ເຊື້ອໄວຣັດສາຍພັນ Delta ພວມເຮັດໃຫ້ຈຳນວນຜູ້ຕິດເຊື້ອລາຍໃໝ່ຢູ່ ປອກຕຸຍການເພີ່ມຂຶ້ນຢ່າງແຮງ, ວັນທີ 10 ສິງຫາ, ອົງການສາທາລະນະສຸກ DGS ຂອງ ປະເທດນີ້ ໄດ້ຍົກອອກຂໍ້ສະເໜີ ຄວນສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກ ມີອາຍຸແຕ່ 12 ຫາ 15 ປີ.

        ຢູ່ພາກພື້ນ ຕາເວັນອອກກາງ, ຈຳນວນຜູ້ຕິດເຊື້ອລາຍໃໝ່ຢູ່ ອິດສະຣາແອັນ ໄດ້ເພີ່ມຂຶ້ນສູງ ກ່ອນວັນເປີດສົກຮຽນໃໝ່ ດ້ວຍຈຳນວນກວ່າ 6.000 ຄົນ ຕໍ່ວັນ.

        ສ່ວນຢູ່ ອາຊີຕາເວັນອອກສ່ຽງໃຕ້, ໃນວັນທີ 10 ສິງຫາ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 61.300 ຄົນ, ໃນນັ້ນ, ອິນໂດເນເຊຍ ແມ່ນປະເທດທີ່ກວມເອົາຫຼາຍກວ່າເຄິ່ງໜຶ່ງຈຳນວນຜູ້ຕິດເຊື້ອໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ