ໂຮງງານ LEGO 1,3 ຕື້ USD ຢູ່ ບິ່ງເຢືອງ ຈະນຳເຂົ້າເຄື່ອນໄຫວໃນໄລຍະ 6 ເດືອນທ້າຍປີ 2024

(VOVWORLD) - ໂຄງການບໍ່ພຽງແຕ່ແມ່ນແຫຼ່ງລາຍຮັບທີ່ໃຫຍ່ຫຼວງເທົ່ານັ້ນ, ຫາກຍັງເພື່ອສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນນັບພັນຄົນ
ໂຮງງານ LEGO 1,3 ຕື້ USD ຢູ່ ບິ່ງເຢືອງ ຈະນຳເຂົ້າເຄື່ອນໄຫວໃນໄລຍະ 6 ເດືອນທ້າຍປີ 2024 - ảnh 1ທີ່ການເຮັດວຽກ
(ພາບ: TTXVN)

        ວັນທີ 09 ມັງກອນ, ທີ່ການເຮັດວຽກກັບການນຳແຂວງ ບິ່ງເຢືອງ, ທ່ານ Preben Elnef, ຮອງປະທານກຸ່ມບໍລິສັດ LEGO, ທັງເປັນຜູ້ອຳນວຍການໃຫຍ່ LEGO Manufacturing ຫວຽດນາມ, ໃຫ້ຮູ້ວ່າ, ຄາດວ່າ, ໂຄງການລົງທຶນກ້ອນໃຫຍ່ຂອງ LEGO ດ້ວຍຈຳນວນທຶນກວ່າ 1,3 ຕື້ USD ຈະເລີ່ມຜະລິດໃນປີ 2024. ໂຮງງານ LEGO ເລີ່ມລົງມືກໍ່ສ້າງແຕ່ເດືອນ ພະຈິກ 2022 ຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ 3, ແຂວງ ບິ່ງເຢືອງ, ຄາດວ່າຈະຜະລິດຜະລິດຕະພັນ “Made in Vietnam” ມີຄຸນນະພາບສູງໃນໄລຍະ 6 ເດືອນທ້າຍປີ 2024. ໂຄງການບໍ່ພຽງແຕ່ແມ່ນແຫຼ່ງລາຍຮັບທີ່ໃຫຍ່ຫຼວງເທົ່ານັ້ນ, ຫາກຍັງເພື່ອສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນນັບພັນຄົນ, ພ້ອມທັງຊຸກຍູ້ການພັດທະນາເສດຖະກິດຢູ່ ບິ່ງເຢືອງ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ