ໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ກັບຄືນປະເທດ ພາຍຫລັງປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ ຊູດັງໃຕ້ ປະສົບຜົນສຳເລັດ

(VOVWORLD) -  ຕອນຄ່ຳວັນທີ 21 ພະຈິກ, ກຸ່ມທຳອິດລວມມີພະນັກງານ, ນັກຮົບ 31 ຄົນຂອງໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ຂຶ້ນກັບກຳລັງຮັກສາສັນຕິພາບ ຫວຽດນາມ ໄດ້ກັບມາຮອດສະໜາມບິນສາກົນ ເຕິນເຊີນເຍິ໊ດ, ນະຄອນ ໂຮ່ຈີມິນ, ພາຍຫລັງປະຕິບັດໜ້າທີ່ເຂົ້າຮ່ວມວຽກງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ປະສົບຜົນສຳເລັດ.
ໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ກັບຄືນປະເທດ ພາຍຫລັງປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ ຊູດັງໃຕ້ ປະສົບຜົນສຳເລັດ - ảnh 1   ໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ແມ່ນກຳລັງຮັກສາສັນຕິພາບຂັ້ນກົມກອງທຳອິດຂອງ ຫວຽດນາມ ທີ່ໄປເຂົ້າຮ່ວມການປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

        ໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ແມ່ນກຳລັງຮັກສາສັນຕິພາບຂັ້ນກົມກອງທຳອິດຂອງ ຫວຽດນາມ ທີ່ໄປເຂົ້າຮ່ວມການປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ. ໃນເງື່ອນໄຂທີ່ຫຍຸ້ງຍາກ, ຮ້າຍແຮງ ແລະ ບັນດາມາດຕະຖານ, ຂັ້ນຕອນຢ່າງເຂັ້ມງວດຂອງສະຫະປະຊາຊາດ, ບັນດາພະນັກງານ, ນັກຮົບໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ໄດ້ປັບຕົວໃຫ້ແທດເໝາະກັບເງື່ອນໄຂເຮັດວຽກ, ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ໃຫ້ສຳເລັດເປັນຢ່າງດີ. ຕາມແຜນການແລ້ວ, ພະນັກງານ, ນັກຮົບທີ່ຍັງເຫຼືອ 32 ຄົນຂອງໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ນັ້ນ ຈະກັບຄືນປະເທດໃນວັນທີ 28 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ