ໂຮງໝໍກາງສະໜາມເສີມຂະຫຍາຍການຕ້ານເຊື້ອພະຍາດຢູ່ ອູ່ຫັ້ນ ຢ່າງມີປະສິດທິຜົນ

(VOVWORLD) -ສິ່ງທ້າທາຍຢູ່ແຂວງ ຮູເປີ່ຍ, ພິເສດແມ່ນນະຄອນ ອູ່ຫັ້ນ ໃນປັດຈຸບັນແມ່ນມີຄົນເຈັບເພີ່ມຂຶ້ນເລືອຍໆ ແຕ່ແຫຼ່ງກຳລັງດ້ານສາທາລະນະສຸກແມ່ນຈຳກັດ.
ໂຮງໝໍກາງສະໜາມເສີມຂະຫຍາຍການຕ້ານເຊື້ອພະຍາດຢູ່ ອູ່ຫັ້ນ ຢ່າງມີປະສິດທິຜົນ - ảnh 1 ໂຮງໝໍກາງສະໜາມເສີມຂະຫຍາຍການຕ້ານເຊື້ອພະຍາດຢູ່ ອູ່ຫັ້ນ ຢ່າງມີປະສິດທິຜົນ (ພາບ: THX/TTXVN)

ວັນທີ 07 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ (NHC) ໃຫ້ຮູ້ວ່າ: ເລື່ອງຫັນຫໍແຂ່ງຂັນກິລາກາຍເປັນໂຮງໝໍກາງສະໜາມແມ່ນວິທີປະຕິບັດຢ່າງມີປະສິດທິຜົນ ເພື່ອຫລຸດຜ່ອນການຕິດເຊື້ອພະຍາດຢູ່ນະຄອນ ອູ່ຫັ້ນ, ແຂວງ ຮູເປີ່ຍ, ໃນສະພາບການທ້ອງຖິ່ນນີ້ ພວມມີຜູ້ຕິດເຊື້ອພະຍາດອັກເສບປອດເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຂອງໄວຣັດ ໂຄໂຣນາ (2019 - nCoV) ເປັນຈຳນວນຫລວງຫລາຍ.

        ທ່ານນາງ ກູຢາງຮົງ, ເຈົ້າໜ້າທີ່ຂອງ NHC ໃຫ້ຮູ້ວ່າ: ສິ່ງທ້າທາຍຢູ່ແຂວງ ຮູເປີ່ຍ, ພິເສດແມ່ນນະຄອນ ອູ່ຫັ້ນ ໃນປັດຈຸບັນແມ່ນມີຄົນເຈັບເພີ່ມຂຶ້ນເລືອຍໆ ແຕ່ແຫຼ່ງກຳລັງດ້ານສາທາລະນະສຸກແມ່ນຈຳກັດ.

ຕອບກັບ

ຂ່າວ/ບົດ​ອື່ນ