ໂຮ້ຍ​ອານ ແລະ ຊາ​ປາ ແມ່ນ​ບັນ​ດາ​ສະ​ຖານເພື່ອ​​ຖ່າຍຮູບ​ງາມ​ທີ່​ສຸດ ຢູ່ ຫວຽດ​ນາມ

(VOVWORLD) -ຕາມການຕີລາຄາຂອງແຂກທ່ອງທ່ຽວສາກົນແລ້ວ, Top 3 ສະຖານທີ່ຖ່າຍຮູບ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຢູ່ ຫວຽດນາມ ລວມມີ ໂຮ້ຍອານ ດ້ວຍບັນດາເຮືອນບູຮານ, ຊາປາ ດ້ວຍນາຂັ້ນໄດພ້ອມກັບນ້ຳຕົກຕາດໃຫຍ່ໂຕມະຫາຖານ ແລະ ເຂດເມືອງເກົ່າຮ່າໂນ້ຍ - ນະຄອນແຫ່ງ ອະລິຍະທຳນັບພັນປີ.
ໂຮ້ຍ​ອານ ແລະ ຊາ​ປາ ແມ່ນ​ບັນ​ດາ​ສະ​ຖານເພື່ອ​​ຖ່າຍຮູບ​ງາມ​ທີ່​ສຸດ ຢູ່ ຫວຽດ​ນາມ - ảnh 1ພາບຖ່າຍຢູ່ໂຮ້ຍອານ

ເນື່ອງໃນໂອກາດວັນຖ່າຍຮູບໂລກ  ຄືວັນທີ 19 ສິງຫາ, Booking.com ຂື່ງແມ່ນເວັບໄຊກ່ຽວກັບການທ່ອງທ່ຽວໃຫຍ່ຂອງໂລກ ໄດ້ປະກາດ Top 10 ຈຸດນັດພົບອັນດັບໜຶ່ງເພື່ອຖ່າຍຮູບຢູ່ ຫວຽດນາມ, ຕາມການຕີລາຄາຂອງແຂກທ່ອງທ່ຽວສາກົນ ແລະ ຫວຽດນາມ. ຕາມນັ້ນແລ້ວ, ໂຮ້ຍອານ ແລະ ຊາປາ ໄດ້ຈັດຢູ່ອັນດັບໜຶ່ງຂອງຕາຕະລາງ.

ຕາມການຕີລາຄາຂອງແຂກທ່ອງທ່ຽວສາກົນແລ້ວ, Top 3 ສະຖານທີ່ຖ່າຍຮູບ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຢູ່ ຫວຽດນາມ ລວມມີ ໂຮ້ຍອານ ດ້ວຍບັນດາເຮືອນບູຮານ, ຊາປາ ດ້ວຍນາຂັ້ນໄດພ້ອມກັບນ້ຳຕົກຕາດໃຫຍ່ໂຕມະຫາຖານ ແລະ ເຂດເມືອງເກົ່າຮ່າໂນ້ຍ - ນະຄອນແຫ່ງ ອະລິຍະທຳນັບພັນປີ.

ຄ້າຍຄືກັນກັບການຕີລາຄາຂອງບັນດາແຂກທ່ອງທ່ຽວຕ່າງປະເທດ, ແຂກທ່ອງທ່ຽວ ຫວຽດນາມ ກໍ່ໄດ້ຕີລາຄາວ່າ ໂຮຍອານ ແມ່ນຈຸດນັດພົບອັນດັບ 1 ເພື່ອຖ່າຍຮູບ ຖັດຈາກນັ້ນແມ່ນ ຊາປາ.

ຕອບກັບ

ຂ່າວ/ບົດ​ອື່ນ