ໂຮນລັງ ເປີດສະຫຼອງເຂດອະນຸສາວາລີອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດເຮືອບິນ MH17 ຂອງມາເລເຊຍ ຕົກ

(VOVWORLD) - ວັນທີ 17 ກໍລະກົດ, ຍາດຕິພີ່ນ້ອງຂອງບັນດາຜູ້ປະສົບເຄາະຮ້າຍໃນຖ້ຽວບິນ MH17 ຂອງບໍລິສັດ Malaysia Airlines ທີ່ຖືກຕົກຢູ່ເຂດສູ້ຮົບ ຢູແກຼນ ກ່ອນນີ້ 3 ປີ, ໄດ້ເຕົ້າໂຮມກັນໃນພິທີເປີດສະຫຼອງເຂດອະນຸສາວາລີອາໄລຫາ ບັນດາຜູ້ປະສົບເຄາະຮ້າຍໃນເຫດການດັ່ງກ່າວ. 
ໂຮນລັງ ເປີດສະຫຼອງເຂດອະນຸສາວາລີອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດເຮືອບິນ MH17 ຂອງມາເລເຊຍ ຕົກ - ảnh 1(ພາບປະກອບຈາກ  AFP/TTXVN )

ພະບາດສົມເດັດພະເຈົ້າມະຫາຊີວິດ ໂຮນລັງ Willem – Alexander ແລະ ພະມະເຫສີ Maxima ພ້ອມກັບບັນດາເຈົ້າໜ້າທີ່ລັດຖະບານ ແລະ ແຂກສາກົນເຂົ້າຮ່ວມພິທີເປີດສະຫຼອງເຂດ ອະນຸສາວາລີ ຖືກຈັດຕັ້ງຢູ່ສວນສາທາລະນະ Vijfhuizen, ໃກ້ກັບສະໜາມບິນ Schiphol ທີ່ນະຄອນຫຼວງ Amstesdam, ເຊິ່ງແມ່ນສະຖານທີ່ເຮືອບິນ MH17 ບິນຂຶ້ນໃນວັນທີ 17 ເມສາ 2014. ທີ່ພິທີ, ລາຍຊື່ຂອງຜູ້ໂດຍສານ ແລະ ຈຸບິນ 298 ຄົນທີ່ຖືກເສຍຊີວິດໃນເຫດການດັ່ງກ່າວໄດ້ອ່ານຂຶ້ນ ແລະ ມີເດັກນ້ອຍ 17 ຄົນວາງດອກໄມ້ອາໄລຫາ. ເຖິງວ່າ, ຜູ້ໂດຍສານເກືອບທັງໝົດແມ່ນຊາວ ໂຮນລັງ ກໍ່ຕາມ, ແຕ່ຍັງມີ 17 ຄົນແມ່ນພົນລະເມືອງ ອົດສະຕາລີ, ອັງກິດ, ມາເລເຊຍ ແລະ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ