ໃນປີ 2023, ສັນທະປະປາ Francis ອວຍພອນໃຫ້ ຢູແກຼນ ມີສັນຕິພາບຄືນໃໝ່

(VOVWORLD) - ສານຂອງສັນທະປະປາ ໄດ້ຍົກອອກໃນສະພາບການຄຳສັ່ງຢຸດຍິງຊົ່ວຄາວຢູ່ ຢູແກຼນ ໂດຍທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກມາມີຜົນບັງຄັບໃຊ້ຢ່າງເປັນທາງການໃນທົ່ວສະໜາມຮົບຢູ່ ຢູແກຼນ ...

ໃນສານທີ່ພາວະນາຢູ່ໂບດ Vatican (ນະຄອນຫຼວງ Roma, ປະເທດ ອີຕາລີ) ໃນວັນທີ 6 ມັງກອນ, ສັນທະປະປາ Francis ໄດ້ຝາກຄຳອວຍພອນເຖິງປະຊາຊົນ ຢູແກຼນ, ສະແດງຄວາມຫວັງສັນຕິພາບວ່າຈະກັບຄືນມາສູ່ປະຊາຊົນປະເທດນີ້ໃນປີ 2023 ແລະ ສົງຄາມຈະສິ້ນສຸດລົງໂດຍໄວ. ສານຂອງສັນທະປະປາ ໄດ້ຍົກອອກໃນສະພາບການຄຳສັ່ງຢຸດຍິງຊົ່ວຄາວຢູ່ ຢູແກຼນ ໂດຍທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກມາມີຜົນບັງຄັບໃຊ້ຢ່າງເປັນທາງການໃນທົ່ວສະໜາມຮົບຢູ່ ຢູແກຼນ ນັບແຕ່ຕອນທ່ຽງວັນທີ 6 ມັງກອນ ຕາມເວລາ ລັດເຊຍ (ກົງກັບເວລາ 16 ໂມງຕາມເວລາ ຫວຽດນາມ).

ກ່ອນໜ້ານັ້ນ, ວັນທີ 5 ມັງກອນ, ທ່ານປະທານາທິບໍດີ Putin ໄດ້ອອກຄຳສັ່ງຢຸດຍິງຊົ່ວຄາວຢູ່ ຢູແກຼນ ແຕ່ 12 ໂມງ ວັນທີ 6 ມັງກອນ ຮອດ 24 ໂມງວັນທີ 7 ມັງກອນ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດວັນບຸນ ຄຼິດສະມາດຂອງຊາວກະໂຕລິກຢູ່ລັດເຊຍ ແລະ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ