ໄຂ Festival ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ ຢູ່​ເອີ​ລົບ​ຄັ້ງ​ທີ 8

(VOVWORLD) -ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຄົນລຸ້ນໜຸ່ມສະແດງໃຫ້ເຫັນຄຸນທາດ, ພູມປັນຍາ, ການຂະຫຍັນຂັນເຄື່ອນ, ຄວາມໜຸ່ມແໜ້ນຂອງລຸ້ນໜຸ່ມ, ນັກສຶກສາ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.
ໄຂ Festival ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ ຢູ່​ເອີ​ລົບ​ຄັ້ງ​ທີ 8 - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີໄຂ (ພາບ: VOV)

ພາຍຫຼັງ 2 ປີຖືກງົດ ຍ້ອນພະຍາດໂຄວິດ - 19, ຕອນຄ່ຳວັນທີ 18 ສິງຫາ, ຢູ່ນະຄອນຫຼວງ ປຣາຮາ, ປະເທດ ສ.ເຊັກໂກ, Festival ຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ເອີລົບຄັ້ງທີ 8 ດ້ວຍຫົວຂໍ້ “Vietheart Summer Camp” ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມ, ນັກສຶກສາ ເກືອບ 200 ຄົນ ທີ່ມາຈາກ 12 ປະເທດ ເອີລົບ. ເຂົ້າຮ່ວມພິທີ ຍັງມີບັນດາຜູ້ແທນຕາງໜ້າສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ, ຝລັ່ງ, ຮຸງກາຣີ ພ້ອມກັບຜູ້ຕາງໜ້າການນຳສະມາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດເອີລົບ. ທີ່ເຫດການ, ທ່ານ ທ໊າຍຊວັນຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຢັ້ງຢືນວ່າ ເຫດການນີ້ມີຄວາມໝາຍຍິ່ງໃຫຍ່ ໃນການສ້າງຈິດໃຈສາມັກຄີລະຫວ່າງປະຊາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດ, ພ້ອມທັງເປີດຂົງເຂດການ ພົບປະແລກປ່ຽນວັດທະນະທຳກັບ ບັນດາປະເທດ ກໍ່ຄືປະກອບສ່ວນເຂົ້າໃນການໂຄສະນາ, ເຜີຍແຜ່ ແລະຮັກສາສີສັນວັດທະນະທຳ ຫວຽດນາມ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຄົນລຸ້ນໜຸ່ມສະແດງໃຫ້ເຫັນຄຸນທາດ, ພູມປັນຍາ, ການຂະຫຍັນຂັນເຄື່ອນ, ຄວາມໜຸ່ມແໜ້ນຂອງລຸ້ນໜຸ່ມ, ນັກສຶກສາ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

ໃນຂອບເຂດເຫດການ, ມີຫຼາຍການເຄື່ອນໄຫວໄດ້ຮັບການຈັດຕັ້ງຄື ງານວາງສະແດງຄວາມງາມຫວຽດນາມ, ກອງປະຊຸມສຳມະນາ ວິທະຍາສາດ ປັນຍາຊົນໜຸ່ມ ຫວຽດນາມ ຢູ່ ເອີລົບ… ຜ່ານນັ້ນສ້າງເວທີທາງດ້ານສະຕິປັນຍາ, ພົວປະແລກປ່ຽນວັດທະນະທຳສິລະປະທີ່ມີປະໂຫຍດໃຫ້ແກ່ຊາວໜຸ່ມ ຫວຽດນາມ ໃນທົ່ວເອີລົບ.       

.

ຕອບກັບ

ຂ່າວ/ບົດ​ອື່ນ