ໄຂກອງປະຊຸມຄັ້ງທີ40,ຄະນະປະຈຳສະພາແຫ່ງຊາດຊຸດທີ13

ໄຂກອງປະຊຸມຄັ້ງທີ40,ຄະນະປະຈຳສະພາແຫ່ງຊາດຊຸດທີ13 - ảnh 1
ກອງປະຊຸມຄັ້ງທີ 40, ຄະນະປະຈຳສະພາແຫ່ງຊາດ ຊຸດທີ13
(ພາບ: TTXVN)


​​(vovworld) - ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມຄັ້ງທີ 40, ຄະນະປະຈຳສະພາແຫ່ງຊາດ ຊຸດທີ13, ​​ໃນ​ຕອນ​ເຊົ້າ​ວັນ​ທີ 10/08, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ, ກອງ​ປະຊຸມມີຫຼາຍ​ເນື້ອ​ໃນສຳຄັນ, ສຸມ​ໃສ່​ກະ​ກ່ຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເມື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ພິຈາລະນາ, ​ໃຫ້​ຄຳເຫັນ​ໃສ່​ຮ່າງ​ກົດໝາຍ 17 ສະບັບ ​ແລະ ຮ່າງ​ລັດຖະບັນ​ຍັດ 1 ສະບັບ, ​ໃນ​ນັ້ນ​ມີ​ຮ່າງ​​ກົດ​ໝາຍ​ຫຼາຍ​ສະບັບ​ທີ່ສຳຄັນ​ຄື: ​ປະ​ມວນກົດໝາຍ​​​ແພ່ງ (ສະບັບ​ປັບປຸງ); ປະມວນ​ກົດໝາຍ​ດຳ​ເນີນ​ຄະດີ​ອາຍາ ​(ສະບັບ​ປັບປຸງ​); ປະ​ມວນກົດໝາຍ​ວ່າ​ດ້ວຍ​ກາ​ນດຳ​ເນີນ​ຄະດີ​​ແພງ ​(ສະບັບ​ປັບປຸງ​)… ທີ່​ກອງ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ພິຈາລະນາ​ເລື່ອງ​ປະກາດ​ໃຊ້​ຫຼັກການ, ມາດ​ຕະຖານ ​ແລະ ກຳນົດ​ການຈັດ​ແບ​່ງທຶນ​ພັດທະນາ​ແຫຼ່ງງົບ​ປະ​ມານ​​​ແຫ່ງລັດ​ໄລ​ຍະ 2016 – 2020; ​ເລື່ອງ​ເຂົ້າ​ຮ່ວມ​ສົນທິ​ສັນຍາ ວຽນ ປີ 1980; ການປັບປຸງ, ​ເພີ່ມ​ເຕີມ​ຂໍ້​ກຳນົດກົດ​ລະບຽບ​ກອງ​ປະ​ຊຸມ​ສະພາ​ແຫ່ງ​ຊາດ…

     ພາຍຫຼັງ​ພິທີ​ໄຂ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ຂອງ​ກົດໝາຍ​ປັບປຸງ, ​ເພີ​ມ​ເຕີມ​ບາງ​​ມາດຕາ​ຂອງ​ກົດໝາຍ​ວ່າ​ດ​້ວຍບັນຊີ. ມີ​ຫຼາຍ​ຄຳ​ເຫັນ​ສະ​ເໜີ​ຄະນະ​ຮຽບຮຽງ​ຕ້ອງ​ກວດກາ​ຄື​ນ​ເພື່ອ​ໃຫ້​ມີ​ບັນດາ​ຂໍ້​ກຳນົດ​ລະອຽດ​ກວ່າ ​ໃນ​ຮ່າງ​ກົດໝາຍ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງຮ່າງ​ປະມວນ​ກົດໝາຍວ່າ​ດ້ວຍ​ຄ່າ​ທຳນຽມ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫ​ັນກ່ຽວ​ກັບ​ການ​ປະກາດ​ຫຼັກການ, ມາດ​ຕະການ ​ແລະ ກຳນົດ​ການຈັດ​ແບ​່ງທຶນ​ພັດທະນາ​ແຫຼ່ງງົບ​ປະ​ມານ​​ແຫ່ງລັດ​ໄລ​ຍະ 2016 – 2020 ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະຖິຕິ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ