ໄຂກອງປະຊຸມລັດຖະມົນຕີ ACMECS ຄັ້ງທີ 2 ແລະ ກອງປະຊຸມລັດຖະມົນຕີທ່ອງທ່ຽວ CLMV ຄັ້ງທີ 6

(VOVWORLD) - ກອງປະຊຸມແມ່ນໂອກາດພິເສດ ເພື່ອໃຫ້ການນຳຂະແໜງທ່ອງທ່ຽວ ACMECS ແລະ CLMV ຕີລາຄາຜົນກະທົບຂອງໂລກລະບາດໂຄວິດ-19 ຕໍ່ຂະແໜງທ່ອງທ່ຽວ
ໄຂກອງປະຊຸມລັດຖະມົນຕີ ACMECS ຄັ້ງທີ 2 ແລະ ກອງປະຊຸມລັດຖະມົນຕີທ່ອງທ່ຽວ CLMV ຄັ້ງທີ 6 - ảnh 1ທີ່ກອງປະຊຸມ
(ພາບ: TTXVN)

       ຕອນເຊົ້າວັນທີ 03 ພະຈິກ, ກອງປະຊຸມລັດຖະມົນຕີທ່ອງທ່ຽວຍຸດທະສາດຮ່ວມມືເສດຖະກິດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ (ACMECS) ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີທ່ອງທ່ຽວ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 6 ໄດ້ໄຂຂຶ້ນຢູ່ແຂວງ Siem Reap, ປະເທດ ກຳປູເຈຍ, ພາຍໃຕ້ການເປັນປະທານທາງອອນລາຍຂອງທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Samdech Techo Hun Sen.

        ໃນບົດກ່າວປາໄສທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ຖືວ່າ, ກອງປະຊຸມແມ່ນໂອກາດພິເສດ ເພື່ອໃຫ້ການນຳຂະແໜງທ່ອງທ່ຽວ ACMECS ແລະ CLMV ຕີລາຄາຜົນກະທົບຂອງໂລກລະບາດໂຄວິດ-19 ຕໍ່ຂະແໜງທ່ອງທ່ຽວ, ຜ່ານນັ້ນ ຍົກອອກບັນດາຍຸດທະສາດໃຫ້ເໝາະສົມ ເພື່ອຟື້ນຟູ ແລະ ເພີ່ມທະວີການຮ່ວມມືກວ່າອີກ. ໃນສະພາບການຫັນເປັນດີຈີຕອນນັ້ນ, ການນຳ ກຳປູເຈຍ ຖຶວ່າ, ບັນດາປະເທດ ACMECS ແລະ CLMV ຕ້ອງຊຸກຍູ້ການແລກປ່ຽນບົດຮຽນກ່ຽວກັບການຫັນການທ່ອງທ່ຽວເປັນດີຈີຕອນໃຫ້ຫຼາຍກວ່າ ຄື: ແບ່ງປັນບົດຮຽນປະຕິບັດບັນດາລາຍການບຳລຸງສ້າງກ່ຽວກັບທັກສະດີຈີຕອນໃນຂົງເຂດທ່ອງທ່ຽວ, ພັດທະນາທັກສະດີຈີຕອນ, ກໍຄືນຳໃຊ້ເຕັກໂນໂລຊີດີຈີຕອນ ເພື່ອເພີ່ມສະມັດຕະພາບ ແລະ ທ່າແຮງແກ່ງແຍ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ