ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ49

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ49 - ảnh 1
ບັນດາລັດຖະມົນຕີການຕ່າງປະເທດເຂົ້າຮ່ວມກອງປະຊຸມ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 24/7, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 49 (AMM 49) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ ລາວ, ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ລາວ, ​ເຊິ່ງ​ແມ່ນ​ປະ​ເທດ​ປະທານໝູນວຽນ​ອາ​ຊຽນ ​ໃນ​ປີ 2016. ​ເຂົ້າຮ່ວມ​ກອງ​ປະຊຸມ ມີ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ. ຄະນະຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ່​ງມີ​ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​ເນັ້ນ​ໜັກ​ວ່າ: AMM 49 ​ແລະ ບັນດາ​ກອງ​ປະຊຸມ​ປີນ​ອ້ອມ​ຖືກ​ດຳ​ເນີນ​ໄປ​ໃນ​ຈຸດ​ເວລາ​ເມື່ອ ອາ​ຊຽນ ສຸມ​ໃສ່​ທຸ​ກໆ​ຄວາມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ວິ​ໄສ​ທັດ ອາ​ຊຽນ 2025 ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ​ດ້ວຍ​ບົດບາດ​ໃຈກາ​ງຂອງ ອາ​ຊຽນ. ນອກ​ຈາ​ນັ້ນ, ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ ສືບ​ຕໍ່​ມີ​ການ​ປ່ຽນ​​ແປງ​ຢ່າງ​ວ່ອງ​ໄວ​ນຳ​ມາ​​ເຊິ່ງກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ຫຼາຍພາກ​ພື້ນ​ໃນ​​ໂລກ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ​້າທາຍ​ຕໍ່​ຄວາມ​ໝັ້ນຄົງ​ທີ່​​​ເຄີຍ​ມີ​ມາ ​ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ​ຄື​ບັນດາ​ການ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ອະທິປະ​ໄຕ, ລັດທິ​ກໍ່​ການ​ຮ້າຍ ​ແລະ ຫົວ​ຮຸ​ນ​ແຮງ… ດັ່ງ​ນັ້ນ, ທ່ານ​ນາຍົ​ກລັດ​ຖະມົນຕີ ລາວ ສະ​ເໜີ​ບັນດາລັດຖະມົນ​ຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຈະ​ມີ​ການ​ແລກປ່ຽນ​ກົງ​ໄປ​ກົງ​ມາ ​ແລະ ສ້າງສັນ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນຄັ້ງ​ທີ 28, 29 ​ແລະ ບັນດາ​ກອງ​ປະຊຸມ​ປີນ​ອ້ອມ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ 9 ຢູ່​ວຽງ​ຈັນ, ກໍ່​ຄື​ປະກອບສ່ວນ​ຮັກສາ ​ແລະ ຊຸກຍູ້​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

 


ຂ່າວ/ບົດ​ອື່ນ