ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 50

(VOVWORLD) -ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 50 (AEM) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 29 ສິງຫາ, ຢູ່ສິງກະໂປ, ດ້ວຍການເຂົ້າຮ່ວມຂອງບັນດາການນໍາເສດຖະກິດ ມາຈາກ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູູ່ຮ່ວມມື. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເຈິ່ນກັວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ນໍາໜ້າ ເຂົ້າຮ່ວມກອງປະຊຸມ.

ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 50 - ảnh 1 ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີເຄີສຽນກ່າວຄໍາເຫັນທີ່ພິທີໄຂ

(ພາບ: Viet Dung/TTXVN)

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ທົບທວນຄືນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ ພ້ອມທັງເນັ້ນໜັກວ່າ ອາຊຽນ ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດຢ່າງໃຫຍ່ຫຼວງ ດ້ວຍຕະຫຼາດທີ່ມີປະຊາກອນຫຼາຍເຖິງ 630 ລ້ານຄົນ, ອາຊຽນ ກໍໄດ້ຄາດຄະເນວ່າ ຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ໃນໂລກ ໃນປີ 2030, ພຽງຖັດຈາກ ອາເມລິກາ,  ຈີນ ແລະ ສະຫະພາບເອີຣົບ (EU) ເທົ່ານັ້ນ.

        ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ຖືວ່າ ການຮ່ວມມືເສດຖະກິດໃນພາກພື້ນ ແລະ ການເຊື່ອມໂຍງ ແມ່ນຂໍ້ກຸນແຈເພື່ອ ໃຫ້ອາຊຽນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຂອງຕົນທີ່ພວມມີຢູ່, ໃນນັ້ນ ລວມມີການປະຕິບັດແຜນການລະອຽດຂອງ ປະຊາຄົມເສດຖະກິດ ອາຊຽນ (AEC) 2025, ກໍຄືສະໜັບສະໜູນລະບົບຫຼາຍຝ່າຍເປີດ ແລະ ກວມລວມໃນສະພາບການດ້ານການຄ້າທີ່ພວມເຄັ່ງຕຶງ ແລະນັບມື້ນັບເພີ່ມຂຶ້ນ. ແຕ່ໄປຄຽງຄູ່ກັນນັ້ນ, ອາຊຽນກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ໜ້ອຍ. ໃນສະພາບການນັ້ນ, ບັນດາປະເທດສະມາຊິກທັງໝົດ ຕ້ອງມີຄວາມສາມັກຄີ ແລະສູ້ຊົນ ເພື່ອຮັກສາຄວາມຜູກພັນ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີການຮ່ວມສໍາພັນເສດຖະກິດ ກໍຄືຊຸກຍູ້ທ່ວງທ່າພັດທະນາດ້ານການຄ້າ ແລະ ການລົງທຶນ.

        ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 50 ໄດ້ດໍາເນີນແຕ່ວັນທີ 29 ສິງຫາ - 1 ກັນຍາ ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງຈະຈັດຂຶ້ນ ຄື: ກອງປະຊຸມສະພາການຄ້າເສລີ ພາກພື້ນອາຊຽນ (AFTA) ຄັ້ງທີ 32, ກອງປະຊຸມລະຫວ່າງລັດຖະມົນຕີເສດຖະກິດ ອາຊຽນ ແລະ ສະພາລົງທຶນໃນພາກພື້ນອາຊຽນ (AEM –AIA) ຄັ້ງທີ 21 ແລະ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ