ໄຂກອງປະຊຸມວຽກງານພົວພັນຕ່າງປະເທດທົ່ວປະເທດຄັ້ງທີ 21

(VOVWORLD) - ກອງປະຊຸມໄດ້ວາງອອກບັນດາໜ້າທີ່ຈຸດສຸມ, ບັນດາມາດຕະການເພື່ອຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດຂອງທ້ອງຖິ່ນ ເພື່ອແນໃສ່ຮັບໃຊ້ການພັດທະນາເສດຖະກິດ -  ສັງຄົມຂອງທ້ອງຖິ່ນໃນຊຸມປີຈະມາເຖິງໃຫ້ຍືນຍົງ.
ໄຂກອງປະຊຸມວຽກງານພົວພັນຕ່າງປະເທດທົ່ວປະເທດຄັ້ງທີ 21 - ảnh 1ພິທີໄຂກອງປະຊຸມວຽກງານພົວພັນຕ່າງປະເທດ ທົ່ວປະເທດຄັ້ງທີ 21

ຕອນເຊົ້າວັນທີ 18 ທັນວາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມວຽກງານພົວພັນຕ່າງປະເທດ ທົ່ວປະເທດຄັ້ງທີ 21. ກອງປະຊຸມແມ່ນໂອກາດເພື່ອກວດກາຄືນ, ຕີລາຄາຢ່າງພາວະວິໄສ, ຮອບດ້ານການເຄື່ອນໄຫວພົວພັນຕ່າງປະເທດຂັ້ນທ້ອງຖິ່ນໃນ 2 ປີຜ່ານມາ, ນັບແຕ່ກອງປະຊຸມຄັ້ງທີ 20 ແລະ ຫວນຄືນໄລຍະທາງກ່ວາເຄິ່ງອາຍຸການແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

          ກອງປະຊຸມໄດ້ວາງອອກບັນດາໜ້າທີ່ຈຸດສຸມ, ບັນດາມາດຕະການເພື່ອຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດຂອງທ້ອງຖິ່ນ ເພື່ອແນໃສ່ຮັບໃຊ້ການພັດທະນາເສດຖະກິດ -  ສັງຄົມຂອງທ້ອງຖິ່ນໃນຊຸມປີຈະມາເຖິງໃຫ້ຍືນຍົງ. ບັນດາຜູ້ແທນໄດ້ຕີລາຄາກ່ຽວກັບບົດບາດຂອງວຽກງານພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດາທ້ອງຖິ່ນໃນໄລຍະຜ່ານມາ, ພ້ອມທັງແບ່ງປັນຫຼາຍບົດຮຽນຕົວຈິງ ເພື່ອແນໃສ່ປະຕິບັດການປ່ຽນແປງໃຫມ່ ປະດິດຄິດສ້າງ, ຍົກສູງວຽກງານພົວພັນຕ່າງປະເທດຮັບໃຊ້ການພັດທະນາແບບຍືນຍົງຂອງບັນດາທ້ອງຖິ່ນ. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ, ໃຫ້ຮູ້ວ່າ:

        “ບັນດາການເຄື່ອນໄຫວພົວພັນຕ່າງປະເທດປັບປຸງສະພາບການພົວພັນຕ່າງປະເທດໃຫ້ໜັກແໜ້ນ, ສ້າງຄວາມສະດວກໃຫ້ແກ່ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປະກອບສ່ວນປົກປັກຮັກສາອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງລະດົມຫຼາຍແຫຼ່ງກຳລັງຈາກພາຍນອກ ເພື່ອຮັບໃຊ້ການຄວບຄຸມໂຄວິດ  - 19, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຍົກສູງທີ່ຕັ້ງ, ບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດໃນເວທີສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ