ໄຂກອງປະຊຸມສຸດຍອດ G20

(VOVWORLD) -ການນໍາກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (BRICS) ເຊິ່່ງລວມມີ ບຣາຊີນ,ລັດເຊຍ, ອິນເດຍ, ຈີນ ແລະ ອາຟິຼກາໃຕ້ ລ້ວນແຕ່ຄັດຄ້ານລັດທິອາລັກຂາ. 

 ວັນທີ 30 ພະຈິກ, ທີ່ Buenos Aires, ທ່ານປະທານາທິບໍດີ ອາກຊັງຕີນ Mauricio Macri ໄດ້ປະກາດໄຂກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດ່ັນແຖວໜ້າຂອງໂລກ (G20) ຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງການນໍາບັນດາປະເທດມະຫາອໍານາດແຖວໜ້າຂອງໂລກ, ກໍຄືຜູ້ຕາງໜ້າຂອງຫຼາຍອົງການຈັດຕັ້ງສາກົນ ແລະພາກພື້ນ. ດ້ວຍຫົວຂໍ້ຕົ້ນຕໍ “ສ້າງຄວາມເປັນເຫັນດີເຫັນພ້ອນ ເພື່ອການພັດທະນາຍຸຕິທໍາ ແລະ ຍືນຍົງ”.

        ພາຍໃນ 02 ວັນດໍາເນີນກອງປະຊຸມ, ບັນດາການນໍາ G20 ຈະສຸມໃສ່ປຶກສາຫາລື ຫຼາຍບັນຫາໃຫຍ່ຄືການຄ້າ, ການປ່ຽນແປງຂອງດິນຟ້າອາກາດ, ວຽກເຮັດງານທໍາ, ພື້ນຖານໂຄງລ່າງ ຮັບໃຊ້ການພັດທະນາ... ບັນດາການນໍາ G20 ຫວັງວ່າ ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມໃນບັນດາບັນຫາພື້ນຖານ ຈາກບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມ ກວ່າ 80 ຄັ້ງໃນຕະຫຼອດໄລຍະກະກຽມແຕ່ຕົ້ນປີມາຮອດປັດຈຸບັນ.

        ທີ່ກອງປະຊຸມຢູ່ນອກກອງປະຊຸມສຸດຍອດ G20, ວັນທີ 30 ພະຈິກ, ການນໍາກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (BRICS) ເຊິ່່ງລວມມີ ບຣາຊີນ,ລັດເຊຍ, ອິນເດຍ, ຈີນ ແລະ ອາຟິຼກາໃຕ້ ລ້ວນແຕ່ຄັດຄ້ານລັດທິອາລັກຂາ.


ຕອບກັບ

ຂ່າວ/ບົດ​ອື່ນ