ໄຂກອງປະຊຸມສຸດຍອດສະຫະພາບອາຟຣີກາຄັ້ງທີ 32

(VOVWORLD) - ວັນທີ 10 ກຸມພາ, ກອງປະຊຸມສຸດຍອດສະຫະພາບ ອາຟຣີກາ (AU) ຄັ້ງທີ 32 ໄດ້ໄຂຂຶ້ນຢູ່ສຳນັກງານຂອງ AU ຢູ່ນະຄອນຫລວງ Addis Ababa ຂອງປະເທດ ເອທີໂອປີ. 
ໄຂກອງປະຊຸມສຸດຍອດສະຫະພາບອາຟຣີກາຄັ້ງທີ 32 - ảnh 1ໄຂກອງປະຊຸມສຸດຍອດສະຫະພາບອາຟຣີກາຄັ້ງທີ 32 (ພາບ: Issafrica)

ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ ດ້ວຍຫົວຂໍ້ວ່າ: “ຊາວລີ້ໄພ, ຊາວກັບຄືນສູ່ບ້ານເກີດ ແລະ ຊາວພັດຖິ່ນ, ມຸ່ງໄປເຖິງມາດຕະການແບບຍືນຍົງໃຫ້ແກ່ບັນຫາຊາວອົບພະຍົບຢູ່ ອາຟຣີກາ”.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານຄະນະກຳມະການ AU Moussa Faki Mahamat ໄດ້ຮຽກຮ້ອງບັນດາປະເທດສະມາຊິກມານະພະຍາຍາມກ່ວາອີກ ເພື່ອບັນລຸໄດ້ບັນດາຄວາມກ້າວໜ້າໃນຫລາຍຂົງເຂດ, ໃນນັ້ນ ມີການຄ້າເສລີໃນທະວີບ, ສັນຕິພາບ ແລະ ຄວາມໝັ້ນຄົງ, ປັບປຸງລະບອບລະບຽບການ ແລະ ການເງິນໃນ AU.

ຕອບກັບ

ຂ່າວ/ບົດ​ອື່ນ