ໄຂກອງປະຊຸມສະພາລັດຖະມົນຕີສຶກສາບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 47

(vovworld) -  ຕອນ​ເຊົ້າ​ວັນ​ທີ 20/3, ກອງ​ປະຊຸມ​ສະພາ​ລັດຖະມົນຕີ​ ສຶກສາ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 47(SEAMEC) ຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 200 ທ່ານ​ທີ່ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ​ສາກົນ. ກອງ​ປະຊຸມ​ຄັ້ງ​ນີ້ ​ສຸມໃສ່ກວດຄືນ​ການ​ເຄື່ອນ​ໄຫວ, ​ໂຄງການ​ຂອງ SEAMEC ຄັ້ງ​ທີ 46 ​ໃນ 2 ປີຜ່ານມາ ​ແລະ ສະ​ເຫ​ນີບັນດາ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະມາ​ເຖິງ.

ໄຂກອງປະຊຸມສະພາລັດຖະມົນຕີສຶກສາບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 47 - ảnh 1
ກອງ​ປະຊຸມ​ສະພາ​ລັດຖະມົນຕີ​ ສຶກສາ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 47(SEAMEC)
ພາບ:internet

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຢືນຢັນ​ວ່າ: ດ້ວຍ​ບັນດາ​ຂໍ້​ລິ​ເລິ່ມ ​ແລະ ມາດ​ຕະການ​ປະສານ​ສົມທົບ​ກັນເຄ່ືອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ອົງການລັດຖະມົນຕີສຶກສາ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEAMEO) ພວມ​ນັບ​ມື້​ນັບ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງຫນ້າ​ສຳລັບ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ປະກອບສ່ວນ​ຊຸກຍູ້ການ​ພົບ​ປະ​ແລກປ່ຽນ, ການຮ່ວມ​ມືຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​​ບັນດາ​ປະ​ເທດ​ສະມາຊິກ SEAMEO  ກັບ​ບັນດາ​ອົງການ ຈັດ​ຕັ້ງ ແລະ ປະ​ເທດ​ຕ່າງໆ​ໃນ​ໂລກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ:

        “ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ຈະ​ສຸມ​ໃສ່​ປຶກສາ​ຫາລື​ເພື່ອ​ຮັບຮອງ​ເອົາ​ລັດຖະນະ​ໂຍບາຍ ​ແລະ ມາດ​ຕະການ​ລະອຽດ ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ໄລຍະ 10 ປີ 2011 - 2020 ຂອງ ​ SEAMEO ​ເຊິ່ງໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ SEAMEC ຄັ້ງ​ທີ 46. ພ້ອມ​ກັນ​ນັ້ນ ບັນດາ​ຜູ້​ແທນ​ຈະປຶກສາ​ຫາລື, ​ແລກປ່ຽນ​ບົດຮຽນ, ​ແບ່ງປັນ​ແນວ​ຄວາມ​ຄິດ​ໃຫມ່ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ, ວິທີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ຖານະ​ເປັນ​ປະທານ SEAMEO 2013, ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ສຳ​ເລັດ​ບັນດາ​ໂຄງການ, ​ເນື້ອ​ໃນ​ການ​ຮ່ວມ​ມື​ທີ່​ໄດ້​ເປັນ​ເອກະ​ພາບ​ກັນ​ເພື່ອ​ການ​ພັດທະນາ ​ແລະ ວັດທະ​ນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ໃນ​ໂລກ.”

ຂ່າວ/ບົດ​ອື່ນ