ໄຂ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ​ທົ່ວ​ໂລກ ຄັ້ງ​ທີ 9

(VOVWORLD) - ຫວຽດນາມ ມີຄວາມເປັນກຽດ ແລະ ຮູ້ສຶກເອກອ້າງທະນົງໃຈ ເມື່ອ ສະຫະພັນລັດຖະສະພາທົ່ວໂລກ ໄດ້ເລືອກເອົາເປັນປະທານເຈົ້າພາບຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9.
ໄຂ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ​ທົ່ວ​ໂລກ ຄັ້ງ​ທີ 9 - ảnh 1 ທ່ານປະທານ ສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 15 ກັນຍາ, ພິທີໄຂກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ດ້ວຍຫົວຂໍ້ “ບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ” ໄດ້ດຳເນີນຢູ່ສູນກອງປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ, ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ສົ່ງຊໍ່ດອກໄມ້ອວຍພອນກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານ ສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

ຫວຽດນາມ ມີຄວາມເປັນກຽດ ແລະ ຮູ້ສຶກເອກອ້າງທະນົງໃຈ ເມື່ອ ສະຫະພັນລັດຖະສະພາທົ່ວໂລກ ໄດ້ເລືອກເອົາເປັນປະທານເຈົ້າພາບຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9. ຜ່ານກອງປະຊຸມ, ຫວຽດນາມ ມີຄວາມປາດຖະໜາ ຢາກຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນ IPU, ພ້ອມທັງສະແດງໃຫ້ເຫັນບຸລິມະສິດ, ຄວາມເອົາໃຈໃສ່ເປັນພິເສດຂອງ ຫວຽດນາມ ຕໍ່ຊາວໜຸ່ມ ແລະ ບັນດາບັນຫາລວມທົ່ວໂລກ ຂອງໄວໜຸ່ມໃນປັດຈຸບັນ.

 ໃນສານສົ່ງມາຍັງກອງປະຊຸມດັ່ງກ່າວ, ທ່ານປະທານປະເທດ ຫວໍ້ວັນເຖືອງຢັ້ງຢືນວ່າ:

ຂ້າພະເຈົ້າຕີລາຄາສູງຫົວຂໍ້ຂອງກອງປະຊຸມຄັ້ງນີ້ ແມ່ນສ່ອງແສງຄວາມສົນໃຈລວມຂອງທຸກປະເທດແມ່ນເຮັດແນວໃດເພື່ອຍາດແຍ່ງບັນດາຜົນສຳເລັດ ທີ່ກະໂດດຂັ້ນເຊິ່ງ ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳນຳມາໃຫ້, ເພີ່ມທະວີການຮ່ວມມື ແລະ ເຊື່ອມຕໍ່ສາກົນ ເພື່ອແນໃສ່ຍູ້ໄວ ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງກ່ວາອີກ, ພ້ອມທັງເປີດກວ້າງການເຂົ້າຮ່ວມຂອງໄວໜຸ່ມເຂົ້າໃນການແກ້ໄຂບັນດາບັນຫາທົ່ວໂລກ, ປະກອບສວ່ນເຂົ້າໃນສັນຕິພາບ ແລະ ວັດທະນາຖາວອນ ໃຫ້ແກ່ທຸກປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ