ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ຊຸດ​ທີ XV

(VOVWORLD) -   ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມຊຸດສຸດທີ XV ຖືກໄຂຂຶ້ນໃນຕອນເຊົ້າວັນທີ 23 ພຶດສະພາ ຢູ່ນະຄອນຫຼວງ ຮ່າໂນ້ຍ. ຄາດວ່າ, ກອງປະຊຸມດັ່ງກ່າວຈະດຳເນີນໃນເວລາ 19 ວັນ ແລະ ອັດລົງໃນວັນທີ 16 ມິຖຸນາ 2022.
ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ຊຸດ​ທີ XV - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມຊຸດສຸດທີ XV (ພາບ: vov.vn)

ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຫວຽດນາມ ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 5 ສະບັບ, ຮ່າງມະຕິ 3 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນໆ 6 ສະບັບ. ສະພາແຫ່ງຊາດກໍຈະພິຈາລະນາບັນດາບັນຫາເສດຖະກິດ - ສັງຄົມ, ທະນາຄານແຫ່ງລັດ ແລະ ຕິດຕາມກວດກາບັນດາບັນຫາສໍາຄັນອື່ນໆ.

        ບັນດາຮ່າງກົດໝາຍ, ມະຕິເຊິ່ງສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້ລວມມີ: ກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່; ກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ); ກົດໝາຍວ່າດ້ວຍການແຂ່ງຂັນ, ມອບລາງວັນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ; ມະຕິວ່າດ້ວຍການທົດລອງປະຕິບັດບາງຮູບແບບຈັດຕັ້ງການເຄື່ອນໄຫວແຮງງານ, ກຳນົດທິດວິຊາຊີບ, ການສອນວິຊາຊີບໃຫ້ແກ່ນັກໂທດຢູ່ນອກຄ້າຍກັກຂັງ; ມະຕິວ່າດ້ວຍໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2023, ການດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022; ມະຕິວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະ, ການພັດທະນາແຂວງແຄ໊ງຮວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ