ໄຂກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14

(VOVWORLD) - ຕອນເຊົ້າວັນທີ 23 ຕຸລາ, ສະພາແຫ່ງຊາດຊຸດທີ 14 ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 4 ຢູ່ນະຄອນຫຼວງ ຮ່າໂນ້ຍ ຢ່າງສົມກຽດ. ເຂົ້າຮ່ວມວາລະໄຂມີການນຳຂັ້ນສູງ, ອະດິດການນຳຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ໃນນັ້ນ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. 

ໃນເວລາ 26 ວັນເຮັດວຽກ, ໄປຄຽງຄູ່ກັບບັນດາເນື້ອໃນນິຕິບັນຍັດ, ສະພາແຫ່ງຊາດຍັງສຸມໃສ່ປຶກສາຫາລື, ພິຈາລະນາ ແລະ ຕັດສິນຫຼາຍເນື້ອໃນສຳຄັນກ່ຽວກັບເສດຖະກິດ - ສັງຄົມ, ປະກອບສ່ວນປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໃນປີນີ້ ແລະ ຊຸມປີຕໍ່ໄປຢ່າງມີໄຊ.

ໄຂກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວປາໄສ ໄຂກອງປະຊຸມ

        ໃນບົດປາໄສໄຂກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ: 9ເດືອນຕົ້ນປີ, ປະເທດບັນລຸໄດ້ບັນດາໝາກຜົນຕັ້ງໜ້າ. ເສດຖະກິດເຕີບໂຕດີພໍສົມຄວນ, ການຜະລິດ, ການສົ່ງອອກ , ການທ່ອງທ່ຽວສືບຕໍ່ເຕີບໂຕດີພໍສົມຄວນ, ການປະຕິຮູບລະບຽບການບໍລິຫາມີການຫັນປ່ຽນຫຼາຍຢ່າງ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໄດ້ຮັບການປັບປຸງ. ຊີວິດສັງຄົມໄດ້ຮັບປະກັນ, ການປ້ອງກັນຊາດໄດ້ເພີ່ມທະວີ, ປ້ອງກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມສືບຕໍ່ໄດ້ຮັບການຮັກສາໄວ້. ທີ່ຕັ້ງບົດບາດຂອງ ຫວຽນາມ ບົນເວທີສາກົນ ໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນເຫດການປີ APEC ຫວຽດນາມ 2017.

        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 6 ສະບັບ, ຮ່າງມະຕິ 12 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບອື່ນໆ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

“ບັນດາຮ່າງກົດໝາຍທີ່ໄດ້ຮັບການພິຈາລະນາທີ່ກອງປະຊຸມຄັ້ງນີ້ ລ້ວນແຕ່ແມ່ນບັນດາບັນຫາສຳຄັນໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ ແລະ ສັງຄົມ. ບັນດາຮ່າງກົດໝາຍສືບຕໍ່ຫັນເປັນລະບອບຂໍ້ກຳນົດຂອງລັດຖະທຳມະນູນກ່ຽວກັບການປົກປ້ອງສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ຊຸກຍູ້ການພັດທະນາເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຮັບປະກັນສະພາບແວດລ້ອມການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະຕິຮູບດ້ານການບໍລິຫານ… ກ່ຽວກັບວຽກງານຕິດຕາມກວດກາ, ສະພາແຫ່ງຊາດຈະດຳເນີນການຕິດຕາມກວດກາຂັ້ນສູງດ້ວຍຫົວເລື່ອງສະເພາະກ່ຽວກັບການປະຕິບັດນະໂຍບາຍກົດໝາຍກ່ຽວກັບການປະຕິຮູບການຈັດຕັ້ງກົງຈັກບໍລິຫານຂອງລັດໄລຍະ 2011 2016; ພິຈາລະນາບັນດາບົດລາຍງານຂອງວຽກງານປະທານສານ…”

ກໍ່ທີ່ວາລະໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2017; ແຜນການພັດທະນາເສດຖະກິດ - ສັງຄົມປີ 2018. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເໝີນ ສະເໜີບົດລາຍງານສະຫລຸບຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ທ່ານຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວູຮົ່ງແທງ ສະເໜີບົດລາຍງານກວດກາກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2017; ແຜນການພັດທະນາເສດຖະກິດ - ສັງຄົມປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ