ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14

(VOVWORLD) - ກ່ອນພິທີໄຂ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າວາງພວງມາລາ, ຢູ່ສຸສານປະທານໂຮ່ຈີມິນ, ຫຼັງຈາກນັ້ນ, ປະທານສະພາແຫ່ງຊາດ ດຳເນີນວາລະປະຊຸມກຽມເພື່ອປຶກສາຫາລື
ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14 - ảnh 1 ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີໄຂ

ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21 ພຶດສະພາ, ທີ່ຫໍສະພາແຫ່ງຊາດ. ກ່ອນພິທີໄຂ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າວາງພວງມາລາ, ຢູ່ສຸສານປະທານໂຮ່ຈີມິນ, ຫຼັງຈາກນັ້ນ, ປະທານສະພາແຫ່ງຊາດ ດຳເນີນວາລະປະຊຸມກຽມເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງແຜນການເຄື່ອນໄຫວຂອງກອງປະຊຸມ; ລົງມະຕິຮັບຮອງເອົາແຜນການເຄື່ອນໄຫວຂອງກອງປະຊຸມ.

        ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ຄັ້ງນີ້, ສະພາແຫ່ງຊາດໄດ້ເຮັດວຽກໃນເວລາ 20 ວັນ. ໃນນັ້ນ, ໄລຍະເວລາສະຫງວນໃຫ້ວຽກງານສ້າງກົດໝາຍແມ່ນ 12 ວັນເພື່ອຮັບຮອງເອົາຮ່າງກົດໝາຍ 8 ສະບັບ, ຮ່າງມະຕິ 1 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ. ສະພາແຫ່ງຊາດກໍ່ສະຫງວນເວລາຫຼາຍສົມຄວນສຳລັບການເຄື່ອນໄຫວຕິດຕາມກວດກາສູງສຸດ ແລະ ພິຈາລະນາ, ຕັດສິນບັນດາບັນຫາສຳຄັນອື່ນໆ. ພິເສດ, ສະພາແຫ່ງຊາດໄດ້ສະຫງວນ 3 ວັນເພື່ອຊັກຖາມ ແລະ ຕອບຄຳຊັກຖາມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        “ປີ 2018, ແມ່ນປີທີ 3 ຂອງອາຍຸການສະພາແຫ່ງຊາດຊຸດທີ 14, ມີຫຼາຍຄຳເຫັນສຳຄັນໄດ້ວາງອອກສຳລັບສະພາແຫ່ງຊາດ, ສິ່ງດັ່ງກ່າວໄດ້ຮຽກຮ້ອງສະພາແຫ່ງຊາດຕ້ອງເສີມຂະຫຍາຍຈິດໃຈ “ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງຊາດ, ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກ”. ວຽກງານສ້າງກົດໝາຍສືບຕໍ່ແມ່ນເນື້ອໃນຈຸດສຸມກວມເກືອບ 2/3 ໄລຍະເວລາດຳເນີນກອງປະຊຸມ. ນີ້ແມ່ນບັນດາແຜນຮ່າງ, ຮ່າງກົດໝາຍທີ່ມີຄວາມໝາຍສຳຄັນພິເສດ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງເປັນຈຳນວນຫຼວງຫຼາຍ, ເພື່ອສືບຕໍ່ຫັນລະບອບລະບຽບການ, ແຜນນະໂຍບາຍ, ແນວທາງຂອງພັກ, ພິເສດແມ່ນບັນດາມະຕິຂອງກອງປະຊຸມຄະນະບໍລິຫານງານສູນກາງພັກ ແລະ ລັດຖະທຳມະນູນປີ 2013 ເປັນລະບອບກົດໝາຍ, ເພື່ອແນໃສ່ປົກປ້ອງສິດທິມະນຸດ, ສິດພົນລະເມືອງ, ກໍ່ສ້າງ ແລະ ສ້າງລະບອບເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ເພີ່ມທະວີກຳລັງບົ່ມຊ້ອນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ…”

ໂດຍສືບຕໍ່ລາຍການເຮັດວຽກໃນຕອນບ່າຍວັນທີ 21 ພຶດສະພາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ ຮັບຟັງບົດລາຍງານສະຫລຸບງົບປະມານແຫ່ງລັດປີ 2016; ບົດລາຍງານຜົນແຫ່ງການກວດກາການສະຫລຸບງົບປະມານແຫ່ງລັດປີ 2016; ບົດລາຍງານສະຫລຸບງົບປະມານແຫ່ງລັດປີ 2016 ສະແດງໃຫ້ເຫັນວ່າ ແຜນເກັບງົບປະມານແຫ່ງລັດປີ 2016 ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ແຜນງົບປະມານ. ທ່ານ ຫງວຽນດຶກຫາຍ ຫົວໜ້າກຳມາທິການການເງິນ, ງົບປະມານຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

        “ກຳມາທິການການເງິນ, ງົບປະມານສະເໜີຕໍ່ລັດຖະບານ ຊີ້ນຳບັນດາອົງການຄຸ້ມຄອງການເກັບງົບປະມານ ສືບຕໍ່ເພີ່ມທະວີວຽກງານເກັບ, ສຸມໃສ່ປະຕິບັດບັນດາມາດຕະການ ຕ້ານການຂັດຂວາງໃນການເກັບອາກອນ, ກະຕຸກຊຸກຍູ້ການຖອນເອົາໜີ້ຄ້າງຈ່າຍ, ຕ້ອງເກັບອາກອນຢ່າງຖືກຕ້ອງ ແລະ ທັນການ ສຳລັບບ້ວງອາກອນທີ່ເກີດໃໝ່. ພ້ອມທັງ, ນຳສະເໜີວິທີແກ້ໄຂລ້ອມໜີ້, ລົບລ້າງໜີ້ຈາກການເສຍອາກອນທີ່ບໍ່ສາມາດຖອນຄືນໄດ້, ເພື່ອຍື່ນສະເໜີສະພາແຫ່ງຊາດພິຈາລະນາ, ຕັດສິນ.

 

ຕອບກັບ

ຂ່າວ/ບົດ​ອື່ນ