ໄຂກອງປະຊຸມສະໄໝສາມັນເມື່ອທີ XI, ສະພາແຫ່ງຊາດຊຸດທີ XIV

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ XI, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ຈະໄຂຂຶ້ນໃນຕອນເຊົ້າວັນທີ 24 ເມສາ.
ໄຂກອງປະຊຸມສະໄໝສາມັນເມື່ອທີ XI, ສະພາແຫ່ງຊາດຊຸດທີ XIV - ảnh 1ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫງວຽນແຮ້ງຟຸກ. ພາບ: nhandan.com.vn

ທີ່ກອງປະຊຸມຂ່າວໃນຕອນເຊົ້າວັນທີ 23 ເມສາ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫງວຽນແຮ້ງຟຸກ ໃຫ້ຮູ້ວ່າ: ສະພາແຫ່ງຊາດໃນຄັ້ງນີ້ ພຽງແຕ່ເລືອກຕັ້ງບາງຕຳແໜ່ງການນຳລັດເທົ່ານັ້ນ ບໍ່ແມ່ນເລືອກຕັ້ງທັງໝົດ ແລະ ນີ້ແມ່ນການບູລະນະສະພາແຫ່ງຊາດຊຸດທີ XIV. ພາຍຫລັງດຳເນີນການເລືອກຕັ້ງທົ່ວປະເທດ, ຮອດເດືອນ ກໍລະກົດ ຈະມາເຖິງ, ສະພາແຫ່ງຊາດຈະສືບຕໍ່ບູລະນະທາງດ້ານບຸກຄະລາກອນຊຸດທີ່ XV ໃຫ້ສົມບູນ.

ຄາດວ່າ ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດ ຈະດຳເນີນການເລີກຕຳແໜ່ງການນຳຫຼັກແຫຼ່ງບາງທ່ານຂອງພັກ, ລັດ ພ້ອມທັງເລືອກຕັ້ງບຸກຄະລາກອນກຳລົງບັນດາຕຳແໜ່ງດັ່ງກ່າວ ດ້ວຍຮູບການປ່ອນບັດລັບ.

ຕອບກັບ

ຂ່າວ/ບົດ​ອື່ນ