ໄຂກອງປະຊຸມສຳມະນາລະດັບຊາດກ່ຽວກັບລັດຖະບານເອເລກໂຕນິກປີ 2015


 ໄຂກອງປະຊຸມສຳມະນາລະດັບຊາດກ່ຽວກັບລັດຖະບານເອເລກໂຕນິກປີ 2015 - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ລະ​ດັບ​ຊາດ​ກ່ຽວ​ກັບລັດ​ຖະ​ບານ​ເອ​ເລກ​ໂຕ​ນິກ​ປີ 2015

(vovworld​) - ກອງ​ປະ​ຊຸມ​ສຳ​ມະ​ນາ​ລະ​ດັບ​ຊາດ​ກ່ຽວ​ກັບລັດ​ຖະ​ບານ​ເອ​ເລກ​ໂຕ​ນິກ​ປີ 2015ດ້ວຍ​ຫົວ​ຂໍ້ " ລັດ​ຖະ​ບານ​ເອ​ເລກ​ໂຕ​ນິກ, ສາ​ທາ​ລະ​ນະ​ສຸກ​ເອ​ເລກ​ໂຕ​ນິກ​​, ຄົມ​ມະ​ນາ​ຄົມ​ສະຫຼາດ" ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ​ໃນ​ຕອນ​ເຊົ້າ​ວັນ​ທີ 22/7. ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ໄດ້​ແລກ​ປ່ຽນ, ຕີ​ລາ​ຄາ​ສະ​ພາບ​ຕົວ​ຈິງ ແລະ ບັນ​ດາ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ໃໝ່​ຂອງລັດ​ຖະ​ບານ​ເອ​ເລກ​ໂຕ​ນິກ​ ກໍ​ຄ​ື​ນຳ​ສະ​ເໜີ​ບັນ​ດາ​ຂໍ້​ລິ​ເລີ່ມ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີໃນ​ການ​ພັດ​ທະ​ນາລັດ​ຖະ​ບານ​ເອ​ເລກ​ໂຕ​ນິກ​, ກໍ່​ສ້າງລະ​ບົ​ບ ຄົມ​ມະ​ນາ​ຄົມ​ສະຫຼາດ ແລະ ສາ​ທາ​ລະ​ນະ​ສຸກ​ເອ​ເລກ​ໂຕ​ນິກ​​ຢູ່​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ເລ​ແມ້ງ​ຮ່າ ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ, ກຳ​ມະ​ການ​ໃນ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂ​ໍ້​ມູນ​ຂ່າວ​ສານ ໃຫ້​ຮູ້​ວ່າ :

     “ ປະ​ສິດ​ທິ​ຜົນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ແມ່ນ​ຂຶ້ນ​ກັບ ເຕັກ​ໂນ​ໂລ​ຢີ​ຂ​ໍ້​ມູນ​ຂ່າວ​ສານ. ຢາກ​ມີ​ຄວາມ​ກະ​ຈ່າງ​ແຈ້ງນັ້ນ, ພ້ອມ​ກັບ​ດ້ານນ​ະ​ໂຍ​ບາຍ ແມ່ນ​ມີ​ພຽງ​ແຕ່ ເຕັກ​ໂນ​ໂລ​ຢີ​ຂ​ໍ້​ມູນ​ຂ່າວ​ສານ​ເທົ່າ​ນັ້ນ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ມອບ​ໝາຍ​ໜ້າ​ທີ່​ໃຫ້ ຫ້ອງວ່າ​ການ​ລັດ​ຖະ​ບານກໍ່​ສ້າງລັດ​ຖະ​ບານ​ເອ​ເລກ​ໂຕ​ນິກ​. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ປະ​ຊາ​ຄົມ ເຕັກ​ໂນ​ໂລ​ຢີ​ຂ​ໍ້​ມູນ​ຂ່າວ​ສານ​ພ້ອມ​ກັບ​ບັນ​ດາ​ນັກ​ຄຸ້ມ​ຄອງ ໃຫ້​ການ​ຊ່ວຍ​ເຫຼືອ ຫ້ອງວ່າ​ການ​ລັດ​ຖະ​ບານກໍ່​ສ້າງລັດ​ຖະ​ບານ​ເອ​ເລກ​ໂຕ​ນິກ ຢ່າງ​ຖືກ​ທິດ ແລະ ບັນ​ລຸ​ບັນ​ດາ​ໝາກ​ຜົນ​ດີ”

    

ຂ່າວ/ບົດ​ອື່ນ