ໄຂກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 7

ໄຂກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 7 - ảnh 1

(vovworld)- ດ້ວຍ​ຫົວ​ຂໍ້ “ທະ​ເລ​ຕາ​ເວັນ​ອອກ: ການ​ຮ່ວມ​ມື​ເພື່ອ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ”, ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາ​ກົນ ແລະ ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 7 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/11 ຢູ່່ ນະ​ຄອນ ຫວູງ​ເຕົາ. ​ມີ ​ຜູ້​ຊ່ຽວ​ຊານ, ນັກ​ຮຽນ​ຮູ້​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ກວ່າ 200 ຄົນ ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຳ​ມະ​ນາ​ເພື່ອປະ​ກອບ​ສ່ວນ​ແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ, ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ກອງ​ປະ​ຊຸມ​ສຳ​ມະ​ນາ ໂດຍ​ສະ​ຖາ​ບັນ​ການ​ທູດ, ກອງ​ທຶນ​ຫນູນ​ຊ່ວຍ​ຄົ້ນ​ຄ້​ວາ​ທະ​ເລ​ຕາ​ເວັນ​ອອກ ແລະ ສະ​ມາ​ຄົມ​ທະ​ນາຍ​ຄວາມ​ຫວຽດ​ນາມ​ສົມ​ທົບ​ກັນ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ດັ້ງ​ດີງ​ກູຍ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ທູດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ເຕົ້າ​ໂຮມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ຊັ້ນ​ນຳ​ໃນ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ເພື່ອ​ຕີ​ລາ​ຄາ​, ໄຈ້​ແຍກ​ບັນ​ດາ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ແບ່ງ​ປັນ​ບັນ​ດາ​ໝາກ​ຜົນ​ຄົ້ນ​ຄ້​ວາ​ຂອງ​ເຂົາ​ເຈົ້າ​ໃນ 1 ປີ​ຜ່ານ​ມາ. ພ້ອມ​ທັງ ປຶກ​ສາ​ຫາ​ລື​ບັນ​ດາ​ຂໍ້​ສ​ະ​ເຫນີ​ເພື່ອ​ຊ່ວຍ​ໃຫ້​ລັດ​ຖະ​ບານບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ, ບັນ​ດາ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ທະ​ເລ​ຕາ​ເວັນ​ອອກ ເພື່ອ​ແກ້​ໄຂ​ສະ​ພາບ​ການຢູ່​ທະ​ເລ​ຕາ​ເວັນ​ອອກ.”

ຂ່າວ/ບົດ​ອື່ນ