ໄຂກອງປະຊຸມຮອງລັດຖະມົນຕີການເງິນແລະຮອງຜູ້ວ່າການທະນາຄານສູນກາງAPEC

(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ APEC 2017, ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ APEC ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລາ ຢູ່ ນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ. 

ໄຂກອງປະຊຸມຮອງລັດຖະມົນຕີການເງິນແລະຮອງຜູ້ວ່າການທະນາຄານສູນກາງAPEC - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:Vietnam+

ທ່ານ ເຈີນຊວນຮ່າ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານນາງ ຫງວຽນທິຮົ່ງ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈີນຊວນຮ່າ, ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ກອງປະຊຸມເພື່ອແນໃສ່ປຶກສາຫາລື ແລະ ເປັນເອກະພາບບາງເນື້ອໃນເພື່ອລາຍງານຕໍ່ກອງປະຊຸມລັດຖະມົນຕີການເງິນ ຊື່ງດຳເນີນໃນວັນທີ 21 ຕຸລາ. ທ່ານ Sebastian Eckardt, ຮັກສາການ ຜູ້ອຳນວຍການທະນາຄານໂລກ ປະຈຳຫວຽດນາມ ຖືວ່າ:

        “ຂ້າພະເຈົ້າຄິດວ່າ 4 ຂໍ້ລິເລີ່ມຂອງຫວຽດນາມໃນວິວັດການຮ່ວມມືການເງິນ APEC 2017 ລ້ວນແຕ່ມີຄວາມສຳຄັນສຳລັບຫລາຍພື້ນຖານເສດຖະກິດ APEC. ພິເສດ ແມ່ນຕ້ານຄວາມອ່ອນແອລົງດ້ານພາສີ ແລະ ເຄື່ອນຍ້າຍຜົນກຳໄລ (BEPS) ແມ່ນຫົວເລື່ອງສຳຄັນສຳລັບປະເທດພວມເຊື່ອມໂຍງຢ່າງແຮງ ແລະ ບໍລິສັດຫລາຍແຫ່ງພວມເຄື່ອນໄຫວຂ້າມຊາຍແດນ. ໃນຂະນະນັ້ນ ການເງິນ ແລະ ປະກັນຄວາມສ່ຽງກ່ຽວກັບໄພທຳມະຊາດກໍ່ແມ່ນບັນຫາສຳຄັນ, ເພາະວ່າ ຫວຽດນາມ ພວມປະເຊີນຫນ້າກັບຫລາຍບັນຫາກ່ຽວຂ້ອງເຖິງສິ່ງແວດລ້ອມ. ນອກນັ້ນ ການລົງທຶນເຂົ້າຂົງເຂດພື້ນຖານໂຄງລ່າງກໍ່ແມ່ນບັນຫາສຳຄັນ ບໍ່ພຽງແຕ່ສຳລັບຫວຽດນາມ ເທົ່ານັ້ນ ຫາກນັບທັງຫລາຍພື້ນຖານເສດຖະກິດອື່ນ ອີກດ້ວຍ.”

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ