ໄຂກອງປະຊຸມເຈົ້າໜ້າທີ່ ປ້ອງກັນປະເທດຂັ້ນສູງອາຊຽນ

ໄຂກອງປະຊຸມເຈົ້າໜ້າທີ່ ປ້ອງກັນປະເທດຂັ້ນສູງອາຊຽນ - ảnh 1
( ພາບປະກອບ )

( vovworld ) –   ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນປະ​ເທດຂັ້ນ​ສູງ​ອາ​ຊຽນ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/4 ຢູ່ນະຄອນ ຊຽມຮຽບ, ​ແຫ່ງລາ​ສະ​ອານາ​ຈັດ​ກຳປູ​ເຈຍ. ທີ່​ກອງ​ປະຊຸມ​ບັນດາເຈົ້າ​ໜ້າ​ທີ່​ປ້ອງ​ກັນປະ​ເທດຂັ້ນ​ສູງ​ອາ​ຊຽນ ສືບ​ຕໍ່​ພິຈາລະຈາ ​ແລະ ປຶກສາ​ຫາລື​ເອກະສານສຳຄັນ 2 ສະບັບ​, ກະກຽມ​ໃຫ້​ແກ່​ກ​ອງປະຊຸມ​ລັດຖະມົນຕີປ້ອງ​ກັນ​ປະ​ເທດອາ​ຊຽນ ທີ່ຈະ​ດຳ​ເນີນ​ໃນ​ເດືອນ 5 ທີ່​ຈະ​ມາ​ເຖິງ. ​ເອກະສານ​ສະບັບທຳ​ອິດ​ແມ່ນ​ຮ່າງ “ ຖະ​ແຫຼ​ງການ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ອາ​ຊຽນ ( ADMM ) ກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ອາ​ຊຽນ ​ເພື່ອ​ປະຊາ​ຄົມທີ່​ປອງ​ດອງ ​​ແລະ ​ໝັ້ນຄົງ ”. ຖະ​ແຫຼ​ງດັ່ງກ່າວ​​ຖຶກ​ຖືວ່າ​​ແມ່ນຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ​ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ປະຕິບັດ​ສ້າງປະຊາ​ຄົມສະຖຍນລະ​ພາບ​ທາງ​ການ​ເມືອງ​ອາ​ຊຽນ ຮອດ​ປີ 2015. ​ເອກະສານ​ສະບັບ​ທີ 2 ​ແມ່ນ​​ຮ່າງ​ເອກ​ກະສາ​ນ, ຄຳ​ນິຍາມຕີ​ລາຄາ​ລັກສະນະ​​ເປັນ​ປະຈຳ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງກັນປະ​ເທດບັນດາ​ປະ​ເທດ​ອາ​ຊຽນ​ ເປີດ​ກວ້າງ. ບົນ​ພື້ນຖານ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​​ປ້ອງ​ກັນປະ​ເທດອາ​ຊຽນ ​ແລະ ລັດຖະມົນຕີປ້ອງ​ກັນປະ​ເທດອາ​ຊຽນ​ເປີດ​ກວ້າງ ( ADMM+ ) ​ແມ່ນ​​ແຫ່ງ​ເພື່ອ​ຊຸກຍູ້​ກາ​ນຮ່ວມ​ມື​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຢ່າງ​ແທດ​ຈິງ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ກໍ​ຄື​ລະຫວ່າງ​ອາ​ຊຽນກັບ​ຄູ່​ຮ່ວມ​ມື​ຕ່າງ​ໆ. ​ໃນ​ເວລາ 3 ວັນ​ດຳ​ເນີນກອງ​ປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນປະ​ເທດຂັ້ນ​ສູງອາ​ຊຽນ ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ອື່ນ​ຄື ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​​ປ້ອງ​ກັນປະ​ເທດອາ​ຊຽນ ທີ່​ຈະ​ມາ​ເຖິງ, ກະກຽມ​ໃຫ້​ກອງ​ປະ​ຊຸມ​ເຄື່ອຄ່າຍບັນດາ​ສູນ​ຮັກສາ​ສັນຕິພາບອາ​ຊຽນຄັ້ງ​ທີ 1, ພິຈາລະນາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ສັງຄົມ​ພົນລະ​ເຮືອນ ​ແລະ ບັນດາອົງການ​ປ້ອງ​ກັນປະ​ເທດອາ​ຊຽນ​.

ຂ່າວ/ບົດ​ອື່ນ