ໄຂ​ກອງ​ປະຊຸມ​ເຈົ້າໜ້າທີ່​ອາວຸ​ໂສ ອາຊຽນ (SOM) ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ການ​ຕ່່າງປະ​ເທດ ອາຊຽນ

(VOVWORLD) -ວັນທີ 16 ມັງກອນ, ກອງປະຊຸມເຈົ້າໜ້າທີ່ ອາວຸໂສ ອາຊຽນ (SOM) ໄດ້ດໍາເນີນຢູ່ນະຄອນຍາຈາງ, ແຂວງແຄ໊ງຮວ່າຂອງຫວຽດນາມ.
ໄຂ​ກອງ​ປະຊຸມ​ເຈົ້າໜ້າທີ່​ອາວຸ​ໂສ ອາຊຽນ (SOM) ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ການ​ຕ່່າງປະ​ເທດ ອາຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn) 

         ກອງປະຊຸມເພື່ອແນໃສ່ກະກຽມ ແລະ ກວດກາຄືນບັນດາເນື້ອໃນຕົ້ນຕໍ ທີ່ຈະໄດ້ນໍາມາປຶກສາຫາລືໃນກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat) ເຊິ່ງຈະດໍາເນີນໃນວັນທີ 17 ມັງກອນ ຈະມາເຖິງ  ໂດຍພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ.

        ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີຄັ້ງທໍາອິດ, ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວຂັ້ນສູງໃນປີເປັນປະທານ ອາຊຽນ ຂອງ ຫວຽດນາມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໃຫ້ຮູ້ວ່າ: ທີ່ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດອາຊຽນ, ບັນດາຜູ້ແທນຈະໄດ້ຕົກລົງກ່ຽວກັບການກໍານົດທິດລາຍການປະຕິບັດງານຂອງທັງປີ ອາຊຽນ; ແນະນໍາບັນດາແນວຄວາມຄິດ, ຂໍ້ລິເລີ່ມຂອງຫວຽດນາມໃນປີເປັນປະທານ ອາຊຽນ ກໍຄືບັນດາຄວາມຫວັງຂອງ ອາຊຽນ 2020 ເພື່ອໃຫ້ບັນດາປະເທດປະກອບຄໍາເຫັນ. ໝາກຜົນຂອງກອງປະຊຸມຈະໄດ້ປະກາດໃນກອງປະຊຸມຖະແຫຼງຂ່າວ ເຊິ່ງຈະຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ