ໄຂກອງປະຊຸມເທື່ອທີ42ຂອງຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມເທື່ອທີ42ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ໄຂ​ກອງ​ປະຊຸມ​ເທື່ອ​ທີ 42​ ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: TTXVN)

(vovworld)  ​ຕອນ​ເຊົ້າ​ວັນ​ທີ 12/10, ຢູ່​ຫໍ​ສະພາ​ແຫ່ງ​ຊາດ ຫວຽດນາມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ເລີ່​ມຕົ້ນ​ກອງ​ປະຊຸມ​ເທື່ອ​ທີ 42 ດ້ວຍ​ເນື້ອ​ໃນ​ສຳຄັນ​ຫລາຍ​ຢ່າງ, ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຶ່ງຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/10 ທີ່​ຈະມາ​ເຖິງ. ທີ່​ ກອງປະຊຸມ​, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​ໃສ່​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ຜົນສຳ​ເລັດ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016; ໝາກຜົນການ​ປະຕິບັດ​ງົບປະມານ​ແຫ່ງ​ລັດ​ປີ 2015,​ແຜນງົບປະມານ​ແຫ່ງ​ລັດ ​ແລະ ວິທີ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2016; ກ່ຽວ​ກັບ​ການ​ຈຳໜ່າຍພັນທະບັດ​ລັດຖະບານ. ບັນດາ​ເນື້ອ​ໃນ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 10; ​ເລື່ອງ​ເຂົ້າ​ຮ່ວມ​ສົນທິສັນຍາ La Haye; ກ່ຽວ​ກັບ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ສຳລັບການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ ກໍ​ຈະ​ຖືກຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄວາມ​ເຫັນ​​ໃນ​ກອງ​ປະຊຸມ​ເທື່ອ​ທີ 42.

        ກ່ຽວ​ກັບ​ວຽກ​ງານສ້າງ​ກົດໝາຍ, ທີ່​ກອງປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​ໃສ່​ບັນດາ​ຮ່າງ​ກົດໝາຍ​ເຊັ່ນ: ຮ່າງກົດໝາຍ​ວ່າ​ດ້ວຍການ​ຂາຍ​ຊັບ​ສິນ; ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ນາມ, ​ເຂົ້າ​ຮ່ວມ ​ແລະ ປະຕິບັດ​ຂໍ້​ຜູກ​ພັນ​ໃນ​ສັນຍາ​ດ້ວຍ​ຮູບ​ການ​ປະມູນ​ສາກົນ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ດຳ​ເນີນ​ຄະດີ​ບໍລິຫານ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສ່ວຍ​ສາອາກອນ; ກົດໝາຍ​ວ່າ​ດ້ວຍ​ສະມາຄົມ.

ຂ່າວ/ບົດ​ອື່ນ