ໄຂກອງປະຊຸມໃຫຍ່ລັດຖະສະພາອາຊີຄັ້ງທີ8

ໄຂກອງປະຊຸມໃຫຍ່ລັດຖະສະພາອາຊີຄັ້ງທີ8 - ảnh 1
ທ່ານ Mian Raza Rabbani
(ພາບອິນເຕີແນັດ)

(vovworld) – ​ ​ ​ ຕອນ​ເຊົ້າ​ວັນ​ທີ 9/12 ຢູ່​ນະຄອນຫລວງ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ, ​​ໄດ້ໄຂ​ກອງ​ປະຊຸມ​ໃຫຍ່​​ລັດຖະສະພາ ອາຊີ ຄັ້ງ​ທີ 8 (APA 8). ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ ​ແລະ ຜູ້ຕາງໜ້າ​ສະພາ​ແຫ່ງ​ຊາດ, ສະພາ​ສູງ ​​ເຊິ່ງເປັນ​ສະມາ​ຊິກ APA. ດ້ວຍ​ຫົວ​ຂໍ້ “ຍູ້​ແຮງ​ສັນຕິພາບ, ຄວາມ​ໄກ່​ເກ່​ຍປອງ​ດອງ ​ແລະ ການ​ເຈລະຈາ​ໃນ​ພາກ​ພື້ນ” ກອງ​ປະຊຸມ​ໃຫຍ່​ລັດຖະສະພາ ອາຊີ ​ຄັ້ງ​ນີ້ ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາຄວາມ​ບໍ່​ລົງ​ລອຍ​ກັນລະຫວ່າງ​ປະ​ເທດຕ່າງໆ, ກໍ່ສ້າງ ​ແລະ ປະຕິບັດ​ວັດທະນະທຳ​ໄກ່​ເກ່​ຍປອງ​ດອງ ​ເພື່ອ​ແນ​ໃສ່​ຊຸກຍູ້​​ເສດຖະກິດ​ໃນ​ພາກ​ພື້ນ​ພັດທະນາ.

        ທີ່​ວາລະ​ປະຊຸມ​ກຽມ​ ດຳ​ເນີນ​​ໃນ​ຕອນ​ບ່າຍ​ວັນ​ທີ 08/12, ສະພາ​ການບໍລິຫານ APA ​ໄດ້​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ກອງ​ປະຊຸມ​​ທາງ​ການ, ປ່ອນ​ບັດ​ເລືອກ​ຕັ້ງ​ປະທານ, ຮອງ​ປະທານ ​ແລະ ​ເລຂາ​ຂອງ​ກອງ​ປະຊຸມ, ປຶກສາ​ຫາລື ​ແລະ ​ໃຫ້​ຄຳ​ເຫັນ​​ໃສ່ບົດ​ປາ​ໄສ​ໄຂ​ກອງ​ປະຊຸມ​ສະພາ​ການ​ບໍລິຫານ APA ​ໂດຍ​ທ່ານ Mian Raza Rabbani, ປະທານ​ສະພາ​ສູງ Pakistan ທັງ​ເປັນປະທານ APA ສະ​ເໜີ, ພິຈາລະນາ ​ແລະ ​ໃຫ້​ຄຳ​ເຫັນ​ສຳລັບ​ຮ່າງ​ມະຕິ ​ສະ​ເໜີ​ຕໍ່​ສະມັດຊາ​ໃຫຍ່​ຮັບຮອງ​ເອົາ ​ແລະ ​ເນື້ອ​ໃນ​ບາງ​ຢ່າງ​ອື່ນໆ.

ຂ່າວ/ບົດ​ອື່ນ